Zhuhai Tower ຖ້າສິແປວ່າຫໍຄອຍກໍບໍ່ແມ່ນ ເພາະເປັນ ຕຶກສູງໃນພື້ນທີ່ Wanzai ຂອງພື້ນທີ່ Shizimen CBD ຂອງ ເມືອງ Zhuhai ແຂວງກວາງຕຸງ ອາຄານນີ້ໄດ້ຖືກສ້າງ ຂຶ້ນໃນ ວັນທີ 18 ເດືອນທັນວາ 2015 ມີພື້ນທີ່ພື້ນທັງຫມົດ 147.000 ຕາແມັດ ຮູບຮ່າງຂອງອາຄານທີ່ທັນສະໄໝ ຊັ້ນໃຕ້ດິນເຖິງ 2 ຊັ້ນ ແລະ ຊັ້ນເທິງໜ້າດິນ 65 ຊັ້ນຢູ່ ແລະ ດ້ວຍຄວາມສູງ 330 ແມັດ ເຮັດໃຫ້ມັນເປັນອາຄານທີ່ສູງທີ່ສຸດໃນທັງ Zhuhai ແລະ Macau.

ໃນໄລຍະທີ່ກເລີ່ມການກໍ່ສ້າງ ວົງການ ອຸດສາຫະກໍາເຊື່ອວ່າ ເມື່ອສ້າງສໍາເລັດ ຕຶກດັ່ງກ່າວ ຈະຊ່ວຍສົ່ງເສີມເມືອງ Zhuhai ໃຫ້ເປັນເມືອງລະດັບສາກົນທີ່ໜ້າຢູ່ຫຼາຍຂຶ້ນ ພ້ອມນັ້ນກໍຍັງຈະ ຊ່ວຍສົ່ງເສີມການພັດທະນາອຸດສາຫະກໍາ “ສາມສູງ ແລະ ຫນຶ່ງພິເສດ” ຂອງ Zhuhai ແລະ ຈະສະຫນັບສະຫນູນການສ້າງ ເຂດການຄ້າອິດສະຫຼະ Hengqin ທີ່ຈະຊ່ວຍຂັບເຄື່ອນການ ເຕີບໂຕຂອງພາກບໍລິການລະດັບສູງຂອງ Zhuhai.

ດ້ວຍອາຄານສີຂຽວ ແລະ ລະບົບອັດສະລິຍະທີ່ໃຊ້ໃນຕຶກດັ່ງກ່າວ ເຮັດໃຫ້ Zhuhai tower ກາຍ ເປັນໂຄງການກໍ່ສ້າງທໍາ ອິດ ໃນຈູໄຮແມ່ນມາບໍ່ຮອດບໍ່ເຖິງ D Gold ຂອງອາເມລິກາ ທີ່ສະ ແດງໃຫ້ເຫັນເຖິງສະຖາປັດຕະຍະກໍາທີ່ທັນສະໄໝ ແລະມີຄຸນນະ ພາບສູງໃນເມືອງ ເຊັ່ນເຄື່ອງປັບອາກາດ ຫຼຸດສຽງລົບກວນໃນ ສະຖານທີ່ ສາມາດປະຢັດພະລັງງານ ຍິ່ງໄປກວ່ານັ້ນ ຕຶກດັ່ງກ່າວ ໃຊ້ກະຈົກປະຢັດພະລັງງານ ແລະ ລະບົບໄຟອັດສະລິຍະໄດ້ຢ່າງ ມີປະສິດທິພາບ.

ດ້ວຍຄວາມທັນສະໄໝ ແລະ ຄວາມສູງທີ່ ຫຼາຍກວ່າ 300 ແມັດ ເຮັດໃຫ້ຕຶກດັ່ງກ່າວ ກາຍເປັນສະຖານທີ່ສໍາຄັນໃນການຈັດງານ ປະຊຸມຕ່າງໆ ເປັນຈຸດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ອາດເວົ້າໄດ້ວ່າ ໄດ້ມາ Zhuhai ແລ້ວບໍ່ໄດ້ສໍາພັດ ບັນຍາກາດຈາກຕຶກດັ່ງກ່າວແລ້ວ ແມ່ນມາບໍ່ຮອດບໍ່ເຖິງ.



ຈາກສາຍຕາ ຜ່ານມູມກ້ອງ ທີ່ເຫັນທິວທັດຂອງເມືອງ ແລະ ຍັງສາມາດເບິ່ງເຫັນ Macau ທີ່ຕັ້ງຢູ່ໃກ້ເມືອງດັ່ງກ່າວ ອັນໄດ້ ກາຍເປັນຄວາມຊົງຈໍາອັນດີໃຫ້ກັບຜູ້ມາສໍາພັດກັບບັນຍາກາດຕົວຈິງ.