ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເດີນທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ

ໃນວັນທີ 28 ພຶດສະພາ 2026, ທີ່ ກະຊວງການຕ່າງປະ ເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ຊີມາ ເມວໂຮຕຣາ (Seema Malhotra MP), ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ແລະ ວຽກງານຄວາມເທົ່າທຽມ ແຫ່ງ ສະຫະຣາຊະອານາຈັກ ອັງ ກິດ ແລະ ອຽກລັງເໜືອ ພ້ອ​ມ​ດ້ວຍ​ຄະ​ນະ ໃນໂອກາດ​ເດີນທາງມາຢ້ຽມຢາມເຮັດວຽກຢ່າງເປັນທາງການ ຢູ່ ສປ ປ ລາວ ເພື່ອສືບຕໍ່​ເສີມ​ຂະ​ຫຍາຍ​​ສາຍ​ພົ​ວ​ພັນ ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ​ ໃຫ້ຕໍ່ເນື່ອງ​. ​

ໃນ​ໂອ​ກາດ​ດັ່ງ​ກ່າວ, ສອງ​ຝ່າຍ​ ໄດ້​ທົບທວນວຽກງານການພົວພັນ ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃຫ້​ເຂັ້ມ​ແຂງ ແລະ ​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນ​ໃນ​ຕໍ່​ໜ້າ ລວມ​ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ພ້ອມທັງ​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ ກ່ຽວ ກັບ ບັນຫາຕ່າງໆ ທີ່ສອງຝ່າຍ​ມີ​ຄວາມ​ສົນ​ໃ​ຈຮ່ວມ​ກັນ.

ໃນ​ໂອ​ກາດ​ດຽວ​ກັນ​, ທ່ານຮອງລັດຖະມົນຕີ ຊີມາ ເມວໂຮຕຣາ ຍັງໄດ້ພົບປະກັບ ບາງຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລືບັນດາໂຄງການຮ່ວມມືເພື່ອການພັດທະນາ ແລະ ທິດທາງຮ່ວມມືໃນອະນາຄົດ. ນອກນັ້ນ, ຍັງໄດ້ຢ້ຽມ ຢາມອົງການເກັບກູ້ລະເບີດ (MAG) ແລະ ໄດ້ປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອ ໃນສົກປີ 2026-2027.

ນັບຕັ້ງແຕ່ ສປປ ລາວ ແລະ ອັງກິດ ໄດ້ສ້າງຕັ້ງສາຍພົວ ພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ເປັນຕົ້ນມາ, ການ​ພົວພັນ​ຮ່ວມມື ລະຫວ່າງ ​ສອງ​ປະ​ເທດ​ແມ່ນ​ມີທ່າກ້າວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນປີ 2025, ສອງປະເທດ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ.

ຂົງເຂດການຮ່ວມມືເພື່ອການພັດທະ ນາສອງຝ່າຍ ປະກອບດ້ວຍ ວຽກງານສາ​ທາ​ລະ​ນະ​ສຸກ, ​​ການ​ສຶກ​ສາ, ໂຍທາທິການ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການຈັດຝຶກອົບຮົມຕ່າງໆ ແລະ ໂຄງ​ການ​ເກັບ​ກູ້​ລະ​ເບີດທີ່ບໍ່ທັນແຕກ (UXO) ຊຶ່ງເປັນ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​​ພັດ​ທະ​ນາ​​ເສດຖະກິດ-ສັງ ຄົມ ຂອງ ສ​ປ​ປ ລາວ. ຄຽງຄູ່ກັນນັ້ນ, ​ສອງປະເທດກໍໄດ້ມີການແລກປ່ຽນການຢ້ຽມ​ຢາມ​ຂອງຄະນະຜູ້ແທນ ໃນລະດັບຕ່າງໆ ຢ່າງເປັນປົກກະຕິ.

error: Content is protected !!