ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທູດ ປາແລັດສະຕິນ

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2026, ທີ່ ກະ ຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳ ລາ ແລະ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ສາອາ ດິ ສາລາມາ (Saadi Salama), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດປາແລັດສະຕິນ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ, ສສ.ຫວຽດ ນາມ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນ ຕີ ທອງສະ ຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ສາອາດິ ສາລາມາ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 16 ປີທີ່ຜ່ານມາ ຢ່າງຈົບງາມ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ລັດປາແລັດສະຕິນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ ເອກອັກຄະລັດຖະທູດ ສາອາດິ ສາລາມາ ຈະສືບຕໍ່ຊຸກຍູ້ສົ່ງ ເສີມການພົວພັນຮ່ວມມືສອງຝ່າຍ ລາວ-ປາແລັດສະຕິນ ໃຫ້ມີຜົນສໍາເລັດອັນໃໝ່ ໃນຕໍ່ໜ້າ.

ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ສາອາດິ ສາລາມາ, ເອກອັກຄະລັດຖະທູດວິ ສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດປາແລັດສະຕິນ ປະຈໍາ ສປປ ລາວ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາ ລຶກຄຸນງາມຄວາມດີ ທີ່ທ່ານທູດໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ປາແລັດສະຕິນ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຕະຫຼອດການປະຕິບັດໜ້າທີ່ການທູດຂອງຕົນ ປະຈໍາ ສປປ ລາວ.

ສປປ ລາວ ແລະ ລັດປາແລັດສະຕິນ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 15 ພຶດສະພາ 1989. ຕະ ຫຼອດໄລຍະ 37 ປີຜ່ານມາ, ສາຍພົວພັນ ແລະ ການຮ່ວມ ມື ລະຫວ່າງສອງປະເທດ ໄດ້ຮັບການຮັດແຫນ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.ໃນໂອ ກາດດຽວກັນ, ທ່ານເອກອັກຄະລັດຖະທູດ ສາອາດິ ສາ ລາມາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະ ບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນ ໄຫວໜ້າທີ່ການທູດຂອງຕົນ ປະຈໍາ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ພ້ອມທັງຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລັດປະແລັດສະຕິນ ແລະ ສປປ ລາວ ໃຫ້ມີບາດ ກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

error: Content is protected !!