ກະຊວງ ກສ ຖະແຫຼງການເນື່ອງໃນວັນສິ່ງແວດລ້ອມໂລກ ແລະ ແຫ່ງຊາດ ປຸກລະດົມທົ່ວສັງຄົມຮ່ວມໃຈແກ້ໄຂວິກິດການພູມອາກາດ

    ເນື່ອງໃນວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ  ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງການເນື່ອງໃນວັນດັ່ງກ່າວ ໃນວັນທີ 26 ພຶດສະພາ 2026 ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ)ເພື່ອປຸກລະດົມທົ່ວສັງຄົມໃຫ້ຍົກສູງຄວາມຕື່ນຕົວ ແລະ ຮ່ວມກັນແກ້ໄຂວິກິດການດ້ານສະພາບພູມອາກາດ.

    ທ່ານລັດຖະມົນຕີ ໄດ້ກ່າວວ່າ:ພັກ ແລະ ລັດຖະບານ ໄດ້ກຳນົດ ເອົາວັນທີ 5 ມິຖຸນາ ຂອງທຸກໆປີ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ ປູກຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປວງຊົນ ໃນທຸກໆປີ ຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ຮ່ວມກັບ ປະຊາຄົມໂລກ ຊຶ່ງໃນປີນີ້ ວັນສິ່ງແວດລ້ອມໂລກ ແມ່ນ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ແມ່ນ ຄົບຮອບ 27 ປີ.

     ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ແມ່ນເພື່ອເປັນການສ້າງຈິດສຳນຶກ ໃຫ້ປະຊາຄົມໂລກ ກໍຄື ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືການປ່ຽນແປງຂອງສະພາບດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ ແກ້ໄຂ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນບັນຫາໂລກຮ້ອນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງມະນຸດ ແລະ ຊີວະນາໆພັນ.

    ສໍາລັບປີນີ້ ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ໄດ້ກຳນົດຫົວຂໍ້ການສະເຫຼີມ ສະຫຼອງ ວັນສິ່ງແວດລ້ອມໂລກ ໂດຍສຸມໃສ່ ການຈັດຕັ້ງປະຕິບັດວຽກງານສະພາບພູມອາກາດ ເຊິ່ງ ສາທາລະນະລັດ ອາແຊກບາຍຊານ (Azerbaijan) ໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄຳຂວັນ: Now For Climate.

     ສຳລັບ ສປປ ລາວ ກໍໄດ້ກຳນົດຄຳຂວັນວັນສິ່ງແວດລ້ອມ ແຫ່ງຊາດ ຄື: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ ສົດໃສ ແລະ ສົດຊື່ນ” ຄຳຂວັນ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນປີນີ້ ແມ່ນມີເປົ້າໝາຍ ເນັ້ນໜັກໃສ່ ການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ທີ່ເປັນບັນຫາທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫຼາຍປະເທດໃນໂລກ ເຊິ່ງປັດຈຸບັນ ພວກເຮົາບໍ່ພຽງແຕ່ ປະເຊີນກັບ “ພາວະໂລກຮ້ອນ” ທຳມະດາ ແຕ່ກຳລັງກ້າວເຂົ້າສູ່ ຍຸກ “ພາວະໂລກຮ້ອນແບບຮຸນແຮງ” ທີ່ສະທ້ອນໃຫ້ເຫັນເຖິງຄວາມອັນຕະລາຍ ຂອງວິກິດການດັ່ງກ່າວ ທີ່ພວກເຮົາ ຕ້ອງຮ່ວມມືກັນ ຮີບຮ້ອນແກ້ໄຂ.

     ສຳລັບ ສປປ ລາວ ກໍປະເຊີນໜ້າກັບ ບັນຫາຜົນກະທົບຈາການປ່ຽນແປງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມເຊື່ອມໂຊມ ເຊັ່ນ: ສະພາບພູມອາກາດມີການປ່ຽນແປງ ໂດຍສະເພາະ ໃນລະດູແລ້ງ ອາກາດຮ້ອນອົບເອົ້າ ອຸນຫະພູມສູງຂຶ້ນ ເກີດມີໄຟໃໝ້ລາມປ່າ ບັນຫາໝອກຄວັນ ແລະ ຝຸ່ນ PM 2.5 ເກີນມາດຕະຖານໃນບາງເຂດ ຝົນຕົກບໍ່ຖືກຕາມລະດູການ ເກີດມີຝົນໝາກເຫັບ ໄພນໍ້າຖ້ວມ ໄພແຫ້ງແລ້ງ ດິນເຊາະເຈື່ອນ ຊຶ່ງໄດ້ສົ່ງຜົນກະທົບ ຕໍ່ໂຄງລ່າງພື້ນຖານ ພື້ນທີ່ທຳການຜະລິດ ແລະ ສົ່ງຜົນກະທົບຕໍ່ກັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ລວມທັງ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

       ຕໍ່ບັນຫາດັ່ງກ່າວ ລັດຖະບານ ໄດ້ໃຫ້ຄວາມສຳຄັນຂອງການແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ ໂດຍການສ້າງນິຕິກຳ ແລະ ຍຸດທະສາດທີ່ສຳຄັນ ເຊັ່ນ: ຍຸດທະສາດ ແຫ່ງຊາດ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ດຳລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2026-2030) ແລະ ໄດ້ກຳນົດຄາດໝາຍ ການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ໂດຍການຫັນໄປສູ່ ການຜະລິດພະລັງງານສະອາດ ການນຳໃຊ້ລົດໄຟຟ້າ ການອະນຸລັກຊີວະນາໆພັນ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ໃນປີ 2035.

     ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີ 2026 ນີ້ໄດ້ຈັດໄປຄຽງຄູ່ກັບການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງ ພາກລັດຖະບານ ກໍຄື ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບ ພາກເອກະຊົນ ແລະ ພາກສ່ວນຕ່າງໆ ຈັດກິດຈະກຳຢ່າງຍິ່ງໃຫຍ່ ແລະ ຫຼາກຫຼາຍ ໂດຍມີຈຸດປະສົງ ເພື່ອປຸກລະດົມ ແລະ ຊຸກຍູ້ໃຫ້ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມສຳຄັນ ຂອງການປົກປັກຮັກສາສິ່ງແວດລ້ອມ ແລະ ພ້ອມໃຈກັນ ເປັນເຈົ້າການ ໃນການປ້ອງກັນ ຫຼຸດຜ່ອນ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ດ້ວຍການລົງມືປະຕິບັດດ້ວຍຕົນເອງ ໂດຍເລີ່ມຈາກ ການປູກ ແລະ ບົວລະບັດຕົ້ນໄມ້, ຫຼຸດຜ່ອນການນຳໃຊ້ປາສຕິກ, ບໍ່ຖິ້ມ-ບໍ່ຈູດຂີ້ເຫຍື້ອຊະຊາຍ ບໍ່ຈູດພື້ນທີ່ການຜະລິດກະສິກຳ ແລະ ບໍ່ທຳລາຍປ່າ.         ສຳລັບການສະເຫຼີມສະຫຼອງໃນປີນີ້ ປະກອບມີພິທີເປີດ ສັບປະດາ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ພາຍໃຕ້ຫົວຂໍ້: ຢຸດການຈູດປ່າ ແລະ ປູກຕົ້ນໄມ້ຫຼາຍລ້ານຕົ້ນ ເພື່ອອາກາດສົດໃສ ໃນວັນທີ 29 ພຶດສະພາ 2026 ທີ່ ສວນນໍ້າພຸ ເຊິ່ງພາຍໃນງານດັ່ງກ່າວນີ້ຈະມີ ບູດວາງສະແດງ ກ່ຽວກັບ ພັນໄມ້ນາໆຊະນິດ ນະວັດຕະກຳ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ການສະແດງສີລະປະ ແລະ ອື່ນໆແລ່ນມາລາທອນ ພາຍໃຕ້ຫົວຂໍ້ “ແລ່ນເພື່ອປ່າໄມ້ຂອງພວກເຮົາ ແລະ ອາກາດສົດໃສ (Run For Our Forest and Climate) ໃນວັນທີ 31 ພິດສະພາ 2026 ທີ່ ສວນນໍ້າພຸ ສຳລັບຜູ້ທີ່ລົງທະບຽນໃນການເຂົ້າການແຂ່ງແລ່ນມາລາທອນ ແມ່ນຈະໄດ້ຮັບຕົ້ນໄມ້ຜູ້ລະ 1 ຕົ້ນ ເພື່ອນໍາໄປປູກຈັດສໍາມະນາວິທະຍາສາດ ໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ຈັດກິດຈະກຳແຂ່ງຂັນແຕ້ມຮູບ ສ້າງຄລິບວິດີໂອ ຖາມ-ຕອບ ກ່ຽວກັບ ສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ແລະ ກິດຈະກໍາອື່ນໆ ດັ່ງນັ້ນຈຶ່ງຂໍເຊີນຊວນມາຍັງ ບັນດາ ອົງການຈັດຕັ້ງ ພັກ-ລັດ, ອົງການປົກຄອງທ້ອງຖິ່ນ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງທາງສັງຄົມ ຜູ້ພັດທະນາ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ໂດຍສະເພາະ ລູກຫຼານຊາວໜຸ່ມເຍົາວະຊົນທັງຫຼາຍ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການ ປະກອບສ່ວນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ພ້ອມທັງເຊີນຊວນ ເຂົ້າຮ່ວມງານ ສັບປະດາສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ເຂົ້າຮ່ວມແລ່ນມາລາທອນ ຢ່າງເປັນຂະບວນຟົດຟື້ນ ຕາມວັນເວລາດັ່ງກ່າວດ້ວຍ.

error: Content is protected !!