ເບຍລາວ ສືບຕໍ່ “ສານຝັນໃຫ້ນ້ອງ” ມອບທຶນກວ່າ 1,4 ຕື້ກີບພັດທະນາຊັບພະຍາກອນມະນຸດ

ບໍລິສັດ ເບຍລາວ ຈຳກັດ ຍຶດໝັ້ນໃນການເປັນສ່ວນໜຶ່ງຂອງການພັດທະນາຊັບພະຍາກອນມະນຸດ ເພື່ອສະໜັບ ສະໜູນ ເຂົ້າໃນການຂັບເຄື່ອນເສດຖະກິດ-ສັງຄົມລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ ໂດຍ​ທຸ່ມ​ເງິນ​ເຂົ້າໃນໂຄງການບູລິມະສິດທີ່ “ເບຍລາວ ສານຝັນໃຫ້ນ້ອງ” ໂດຍ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ​ຕິບັດ​ແຕ່​ປີ 2010 ມາ​ຮອດປັດ​ຈຸ​ບັນ​ໄດ້ປະກອບສ່ວນງົບ ປະມານເຂົ້າໃນວຽກງານການສຶກສາມາແລ້ວຫຼາຍກວ່າ 13 ຕື້ກີບ ເຊິ່ງສາມາດສ້າງໂອກາດໃຫ້ແກ່ນັກສຶກສາໄປແລ້ວ 3.874 ຄົນ ສຳ​ລັບ​ປີ 2026 ຫຼ​າຍກວ່າ 1,4 ຕື້​ກີບ. ສຳລັບປີ 2026 ບໍລິສັດໄດ້ສືບຕໍ່ມອບທຶນການສຶກສາລວມມູນຄ່າກວ່າ 1,4 ຕື້ກີບ ໃຫ້ແກ່ນັກສຶກສາຈຳ ນວນ 150 ຄົນ ທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນທຶນຮອນ ໃນ 4 ມະຫາວິທະຍາໄລ ແລະ 4 ສະຖາບັນການສຶກສາຫຼັກ ທົ່ວປະເທດ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລສຸພານຸວົງ ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສະຫວັນນະເຂດ, ສະຖາບັນວິຈິດສິນແຫ່ງຊາດ ແລະ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ.

ທ່ານ ເຮັນຣິກ ແອນເດີເຊິນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: “ຜ່ານໂຄງການ “ເບຍລາວ ສານຝັນໃຫ້ນ້ອງ”, ພວກເຮົາມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຄວາມມຸ່ງໝັ້ນໃນການປະກອບສ່ວນຊ່ວຍເຫຼືອສັງ ຄົມລາວ ເຊິ່ງຖືເປັນສ່ວນໜຶ່ງໃນຄວາມຮັບຜິດຊອບຂອງບໍລິສັດ. ພວກເຮົາມີຄວາມເຊື່ອວ່າ ການສຶກສາແມ່ນຮາກ ຖານທີ່ແຂງແກ່ນທີ່ສຸດໃນການສ້າງໂອກາດ, ການເສີມສ້າງທ່າແຮງໃຫ້ແກ່ເຍົາວະຊົນ ແລະ ການວາງຮາກຖານເພື່ອອະນາຄົດທີ່ສົດໃສຂອງ ສປປ ລາວ. ໂຄງການນີ້ ໄດ້ຖືກອອກແບບມາເປັນພິເສດ ເພື່ອສະໜັບສະໜູນນັກສຶກສາທີ່ມີຜົນການຮຽນດີເດັ່ນ ແຕ່ຂາດເຂີນດ້ານທຶນຮອນ ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ກ້າວຕາມຄວາມຝັນຂອງຕົນເອງໄດ້ຢ່າງໝັ້ນໃຈ.ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຍິນດີຢ່າງຈິງໃຈມາຍັງນັກສຶກສາທຸກຄົນທີ່ໄດ້ຮັບທຶນການສຶກສາໃນຄັ້ງນີ້. ຍ້ອນຄວາມມຸ່ງໝັ້ນ, ຄວາມພະຍາຍາມ ແລະ ຄວາມອົດທົນຂອງທຸກຄົນ ຈຶ່ງເຮັດໃຫ້ສາມາດກ້າວເຖິງບາດກ້າວທີ່ສຳ ຄັນນີ້ໄດ້.

ບໍ່ວ່າໃນອະນາຄົດເຂົາເຈົ້າຈະເລືອກເສັ້ນທາງອາຊີບໃດກໍ ຕາມ, ຂ້າພະເຈົ້າຂໍເປັນກຳລັງໃຈໃຫ້ນັກສຶກສາທຸກຄົນຈົ່ງເຊື່ອໝັ້ນໃນຕົນເອງ, ໝັ່ນຊອກຮູ້ຮ່ຳຮຽນ ແລະ ບໍ່ຢຸດທີ່ຈະກ້າວໄປຕາມຄວາມຝັນ. ຂ້າພະເຈົ້າເຊື່ອວ່າ ນັກສຶກສາເຫຼົ່ານີ້ລ້ວນແຕ່ມີທ່າແຮງອັນສຳຄັນ ແລະ ຈະເຕີບໃຫຍ່ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ, ສາມາດສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ຮ່ວມເປັນສ່ວນໜຶ່ງໃນການພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ.

ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການບໍລິສັດເບຍລາວ ກ່າວວ່າ: ເມ່ືອບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວ,​ ມີກຳໄລ ແລະ ເຮັດແນວໃດເພ່ືອໃຫ້ກຳໄລຄືນແກ່ສັງ ຄົມ ແລະ ມີຄວາມຍືນຍົງ. ຕະຫລອດ 15 ປີ ທີ່ພວກເຮົາໄດ້ປະຕິບັດມາ ກໍຄື “ໂຄງການເບຍລາວສານຝັນໃຫ້ນ້ອງ” ເປັນອີກໂຄງການໜຶ່ງທີ່ສຳຄັນ ເພື່ອເປັນຂົວຕໍ່ໃຫ້ນ້ອງໆນັກສຶກສາມີໂອກາດໄດ້ຮັບເອົາຄວາມຮູ້ອັນໃໝ່ໆ, ໄດ້ຮ່ຳຮຽນເອົາສິ່ງໃໝ່ໆ ແລະ ໄລຍະ 15 ປີມານີ້ ທາງໂຄງການໄດ້ມອບທຶນການສຶກສາໃນທົ່ວປະເທດ ຈຳນວນ 3.874 ຄົນ,ນັກສຶກສາທີ່ໄດ້ຮັບທຶນຈາກບໍລິສັດເບຍລາວ ຈໍາກັດແລ້ວ ແຕ່ແມ່ນຄົນເກັ່ງ, ມີສີມື, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບອອກໄປຮັບໃຊ້ສັງຄົມ, ອັນນີ້ຢາກໃຫ້ສັງຄົມເຫັນວ່າບໍລິສັດເບຍລາວໄດ້ທຸ້ມເທ ແລະ ໄດ້ລົງທຶນຈຳນວນຫລາຍໃນຂະແໜງການສຶກສາ. ອີກອັນໜຶ່ງກໍເປັນການຊ່ວຍເຫລືອສະໜັບສະໜູນທິດທາງນະໂຍບາຍຂອງພັກ-ລັດໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ທ່ານ ນາງເບ ແພງສຸພີ ຮອງຜູ້ອຳນວຍການວິທະຍາໄລເຕັກນິກ-ລາວເຢຍລະມັນ ໃຫ້ຮູ້ວ່າ: “ໂຄງການ ເບຍລາວສານຝັນໃຫ້ນ້ອງປີທີ 15” ກໍເປັນອີກໂຄງການໜຶ່ງທີ່ສຳ ຄັນໃນການສົ່ງເສີມໃຫ້ນັກສຶກສາໃນຂົງເຂດຕ່າງໆໄດ້ເຂົ້າ ເຖິງທຶນການສຶກສາ ໂດຍສະເພາະແມ່ນນັກສຶກສາທີ່ມີຄວາມດຸໝັ່ນ, ຮຽນເກັ່ງ, ມີຄວາມຮູ້ຄວາມສາມາດ ແຕ່ຍັງຂາດເຂີນທຶນການສຶກສາ. ການທີ່ນ້ອງໆໄດ້ຮັບທຶນຄັ້ງນີ້ ເພື່ອເປັນການສານຝັນໃຫ້ເຂົາເຈົ້າໃນການເຮັດກິດຈະກຳ ຫລື ການຮຽນໃຫ້ໄປເຖິງຝັນ. ສຳລັບໃນຂົງເຂດອາຊີວະສຶກສາພວກເຮົາແລ້ວແມ່ນໄດ້ຮັບທຶນການສຶກສາປີນີ້ເປັນປີທີ 3 ເຊິ່ງນັກສຶກສາໄດ້ຮັບທຶນໃນປີນີ້ມີຈຳນວນ 9 ຄົນ ແລະ ແຕ່ລະຄົນລ້ວນເປັນນັກສຶກສາທີ່ມີຄວາມຮູ້ຄວາມສາມາດ ແລະ ຈະກາຍ​ເປັນຊ່າງທີ່ດີໄດ້ໃນອະນາຄົດ. ທຶນການສຶກສາກໍເປັນມາດຖານອັນໜຶ່ງທີ່ເຮັດໃຫ້ນ້ອງໆໄດ້ມີຄວາມບຸກບືນຫລາຍຂຶ້ນກວ່ານັກສຶກສາທົ່ວໄປ ເພື່ອຮັກ ສາທຶນນັ້ນໄວ້ແຕ່ປີທຳອິດຈົນຮອດປີສຸດທ້າຍ ແລະ ຫວັງວ່າທຶນການສຶກສານີ້ຈະຊ່ວຍຕໍ່ຍອດໃຫ້ນ້ອງໆປະສົບຜົນ ສຳເລັດໄປຕາມຝັນ.

ທ້າວ ຄຳເສົາ ສີປະເກດ ນັກ​ສຶກ​ສາສະຖາບັນວິຈິດສິນແຫ່ງ ຊາດ ໃຫ້​ສຳ​ພາດ​ວ່າ: ສຳລັບນ້ອງແລ້ວ ທຶນການສຶກສານີ້ບໍ່ພຽງແຕ່ເປັນໂອກາດໃນດ້ານການສຶກສາເທົ່ານັ້ນ, ແຕ່ຍັງເປັນແຮງພັກດັນໜຶ່ງທີ່ເຮັດໃຫ້ຢາກພັດທະນາຕົນເອງໃນດ້ານທັກສະ ແລະ ສີມືຕ່າງໆ ເພື່ອຫວັງວ່າໃນອະນາຄົດຈະເປັນສ່ວນໜຶ່ງຂອງອົງການເບຍລາວ.

ສຳລັບນ້ອງເອງທີ່ໄດ້ທຶນການສຶກສາມາຈາກ “ໂຄງການເບຍລາວສານຝັນໃຫ້ນ້ອງ” ໃນຄັ້ງນີ້ ແມ່ນໄດ້ເອົາໄປໝູນ ໃຊ້ໃນການຂຽນບົດນິພົນ ແລະ ສາມາດ ແບ່ງເບົາຄ່າໃຊ້ຈ່າຍໄດ້ຫລາຍພໍສົມຄວນ. ແນວໃດກໍດີ, ສຳລັບນ້ອງໆທ່ານໃດຢາກໄດ້ຮັບທຶນສຶກສາຈາກໂຄງການນີ້ ຕ້ອງມີຄວາມຫວັງ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ ແລະ ຕ້ອງບຸກບືນໃຫ້ໄດ້ມາ.ສຳ​ລັບ ໂຄງ​ການ​ດັ່ງ​ກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010.

ໃນປີນີ້, ຖືເປັນປີທີ 15 ທີ່ໂຄງການໄດ້ເປັນກຳລັງສຳຄັນໃນການສົ່ງເສີມການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄວາມຮູ້ຄວາມສາມາດ, ທັກສະທີ່ເຂັ້ມແຂງ ແລະ ຍືນຍົງ. ພ້ອມນັ້ນ​ຍັງສະທ້ອນເຖິງຄວາມມຸ່ງໝັ້ນ​ເຂົ້າ​ໃນ​ການ​ພັດ​ທະ​ນາຊັບພະຍາກອນມະ ນຸດ.ຕະຫຼອດໄລຍະ 15 ປີ ທີ່ຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ຄວາມສຳຄັນສູງສຸດຕໍ່ກັບວຽກງານການສຶກ ສາ ແລະ ການພັດທະນາຊັບພະຍາກອນມະນຸດ ຄຽງຄູ່ກັບວຽກງານເຄື່ອນໄຫວທາງສັງຄົມ.

ບໍລິສັດ ມີຄວາມຫວັງຢ່າງຍິ່ງວ່າ ນັກສຶກສາທີ່ໄດ້ຮັບທຶນການສຶກສາດັ່ງກ່າວ ຈະກາຍເປັນບຸກຄະລາກອນທີ່ມີຄຸນ ນະພາບ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງ. ເພາະພວກເຮົາເຊື່ອວ່າ “ການສຶກສາທີ່ດີ ຄືເສົາຄ້ຳທີ່ແຂງແກ່ນໃຫ້ແກ່ການພັດທະນາໃນອະນາຄົດ”.

error: Content is protected !!