ກະຊວງເຕັກໂນໂລຊີ-ການສື່ສານ ແລະ APB ຮ່ວມມື ຍົກລະດັບຄວາມປອດໄພດີຈິຕອນ ພັດທະນາລະບົບຢັ້ງຢືນຕົວຕົນ (e-KYB e-KYC)

ພິທີເຊັນບົດບັນທຶກຂໍ້ຕົກລົງ ລະຫວ່າງ ກົມເຕັກໂນໂລຊີດີຈີຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ (APB) ວ່າດ້ວຍວ່າດ້ວຍການຮ່ວມມືພັດທະນາ ແລະ ບໍລິການຖານລະບົບການຢັ້ງຢືນຕົວຕົນທາງດີຈີຕ໋ອນ ເພື່ອສົ່ງເສີມຄວາມປອດໄພໃນເຂົ້າເຖິງການເຮັດທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ ໄດ້ຂຶ້ນວັນທີ 17 ທັນວາ 2025 ຜ່ານມາ ທີ່ພັດຕະຄານ ດາວວຽງ ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍ ທ່ານ ນາງ ສີຣິລັກ ໄຊຍະບຸນຊູ ຫົວໜ້າກົມເຕັກໂນໂລຊີດີຈີຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB ພ້ອມດ້ວຍຮອງລັດຖະມົນຕີ ຕາງໜ້າຈາກບັນດາກົມພາຍໃນກະຊວງ ພາກສ່ວນທະນາຄານ ແລະ ແຂກຖືກເຊີນຂອງທັງສອງຝ່າຍ.

ການລົງນາມບົດບັນທຶກຂໍ້ຕົກລົງໃນຄັ້ງນີ້ ທັງສອງຝ່າຍຈະຮ່ວມມືກັນໃນການພັດທະນາ ແລະ ໃຫ້ບໍລິການຖານລະບົບການຢັ້ງຢືນຕົວຕົນທາງດິຈິຕອນ ຕາມຂອບເຂດການຮ່ວມມືທີ່ໄດ້ກຳນົດໄວ້ດັ່ງນີ້: 1) ພັດທະນາ ແລະ ບໍລິການ ຖານລະບົບການຢັ້ງຢືນຕົວຕົນທາງດິຈິຕອນ (e-KYB e-KYC) ສໍາລັບການເຮັດທຸລະກໍາຕ່າງໆ ຂອງທະນາຄານ ການບໍລິການຂອງພາກລັດ ແລະ ເອກະຊົນ. ພ້ອມທັງ ພັດທະນາລະບົບຍ່ອຍ ເພື່ອກວດສອບຄວາມໜ້າເຊື່ອຖືຂອງລູກຄ້າ (Customer Due Diligence) ແລະ ຢັ້ງຢືນຄວາມ

ຖືກຕ້ອງຂອງເອກະສານທາງເອເລັກໂຕຣນິກ (Digital Trust Document) 2) ສ້າງຕັ້ງ ແລະ ຮ່ວມບໍລິການຖານຂໍ້ມູນກາງ ສໍາລັບການຢັ້ງຢືນຕົວຕົນ ທີ່ສັງລວມຂໍ້ມູນຈາກຫຼາຍພາກສ່ວນ ເພື່ອໃຫ້ທະນາຄານ ບໍລິສັດໂທລະຄົມ ແລະ ຜູ້ໃຫ້ບໍລິການອື່ນໆ ນໍາໃຊ້ເປັນແຫຼ່ງອ້າງອີງໃນການຢັ້ງຢືນຕົວຕົນ; 3) ດຳເນີນການຄົ້ນຄວ້າສ້າງຮ່າງນິຕິກຳ ແຜນຍຸດທະສາດ ແລະ ນະໂຍບາຍທີ່ກ່ຽວກັບ ການຄຸ້ມຄອງ ແລະ ດຳເນີນການຖານລະບົບການຢັ້ງຢືນຕົວຕົນເອເລັກໂຕຣນິກ. ເພື່ອເປັນການຜັນຂະຫຍາຍ ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໃນຍຸດທະສາດທີ 2 ວ່າດ້ວຍ ການພັດທະນາພື້ນຖານໂຄງລ່າງ ແລະ ຍຸດທະສາດທີ 5 ວ່າດ້ວຍ ການພັດທະນາຜະລິດຕະພັນ ແລະ ການບໍລິການ ປະກອບສ່ວນເຂົ້າໃນການສ້າງເສດຖະກິດດິຈິຕອນ ແລະ ສົ່ງເສີມການຫັນເປັນດິຈິຕອນ ຂອງ ສປປ ລາວ ໃຫ້ປາກົດເປັນຮູບປະທໍາຢ່າງແທ້ຈິງ.

error: Content is protected !!