ສະໜອງທຶນ 14 ຕື້ກວ່າກີບ ໃຫ້ 15 ໂຄງການຍ່ອຍ ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້

ພິທີເຊັນສັນຍາສະໜອງທຶນໃຫ້ 15 ໂຄງການຍ່ອຍທີ່ໄດ້ຮັບທຶນຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ມູນຄ່າ 14.278.492.000 ກີບ ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ)ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ທອງຈັນ ອັກຂະມະເຂດ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ທ່ານ ພັດນະຄອນ ຄັນທະມີໄຊ ຫົວ ໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ພ້ອມດ້ວຍຕາງໜ້າໂຄງການທີ່ໄດ້ຮັບທຶນ  ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ການສະໜອງທຶນໃຫ້ 15 ໂຄງການຍ່ອຍທີ່ໄດ້ຮັບທຶນຈາກຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ມູນຄ່າ 14.278.492.000 ກີບ ປະກອບ 1.ໂຄງການຕິດຕາມ ແລະ ປະເມີນກິດຈະກຳໂຄງການທີ່ຕິດພັນກັບການປົກປັກຮັກສາສິ່ງແວດ ລ້ອມຕາມກອບນິຕິກຳຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ PICE 169 NNO ງົບປະມານ 1.193.626.000 ກີບ ຈັດຕັ້ງປະຕິ ບັດໂດຍກົມກວດກາ ກະຊວງ ກສ 2. ໂຄງການອະນຸຮັກຊັບພະຍາກອນນໍ້າໂດຍການມີສ່ວນຮ່ວມຂອງຊຸມຊົນໃນເຂດແມ່ນນໍ້າລີກ ເມືອງຫີນຫີບ ແລະ ເມືອງເຟືອງ ແຂວງວຽງຈັນ ງົບປະມານ 765 ລ້ານກີບ ຈັດຕັ້ງປະຕິບັດໂດຍ ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກີລາ 3.ໂຄງການສ້າງຄວາມເຂັ້ມແຂງໃຫ່ແກ່ພະນັກງານ-ລັດຖະກອນໃນການສ້າງຫຼັກສູດເຝິກອົບຮົມໄລຍະສັ້ນ ຂົງເຂດວຽກງານສິ່ງແວດລ້ອມ ງົບປະມານ 599.200.000 ກີບ ຈັດຕັ້ງປະຕິບັດໂດຍ ກົມຈັດຕັ້ງ ກະຊວງ ກສ 4.ໂຄງການບູລະນະຮັກສາຕົ້ນໄມ້ ແລະ ຟື້ນຟູແຫຼ່ງນໍ້າຮັບໃຊ້ໃນການບົວລະບັດຕົ້ນໄມ້ເສັ້ນທາງ ແລະ ສວນສາທາລະນະໃນນະຄອນປາກເຊເພື່ອູວາມຍືນຍົງສິ່ງແວດລ້ອມສີຂຽວ ງົບປະມານ 800 ລ້ານກີບ ຈັດຕັ້ງປະຕິບັດໂດຍ ຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນປາກເຊແຂວງຈຳປາສັກ 5.ໂຄງການເຝິກອົບຮົມວຽກງານຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ ວຽກງານປະເມີນຄາລາທີ່ດິນ ວຽກງານຂຶ້ນທະບຽນກຳມະສິດຫ້ອງຊຸດ ການຈົດທະບຽນເຄື່ອນໄຫວ ແລະ ການປ່ຽນແປງກຳມະສິດຫ້ອງຊຸດໃນຄອນໂດມິນຽມເພື່ອສ້າງຄວາມເຂັ້ມແຂງໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຂັ້ນເມືອງ ງົບປະມານ 800 ລ້ານກີບ 6. ໂຄງ ການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງປະຕິບັດຊີວະສຶກສາສີຂຽວໃຫ້ແກ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງເຊກອງ ງົບປະມານ 774.250.000 ກີບ ຈັດຕັ້ງປະຕິບັດໂດຍ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ 7.ໂຄງ ການສ້າງບ້ານ ໂຮງແຮມ ແລະ ຮ້ານອາຫານທີ່ຕັ້ງຢູ່ແຄມນໍ້າຊອງໃຫ້ກາຍເປັນຕົວແບບໃນການຈັດການຂີ້ເຫຍື້ອທີ່ໄດ້ມາດຕະ ຖານໃນຕົວເມືອງວັງວຽງ ແຂວງວຽງຈັນ ງົບປະມານ 800 ລ້ານກີບຈັດຕັ້ງປະຕິບັດໂດຍ ພາກວິຊາເຕັກໂນໂລຊີ ຄະນະວິທະຍາສາດສິ່ງ ແວດລ້ອມ ມະຫາວິທະຍາໄລແຫ່ງຊາດ

8. ໂຄງການສ້າງຄວາມເຂັ້ມແຂງໃນການຮັບມື ການຕິດຕາມເຝົ້າລະວັງ ແລະ ຫຼຸດຜ່ອນໄພນໍ້າຖ້ວມໃນ 2 ເມືອງ ເມືອງາກກະດິງ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ ງົບປະມານ 799.846.000 ກີບ ຈັດຕັ້ງປະຕິບັດໂດຍ ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ 9.ໂຄງການຟື້ນຟູບູລະນະສ້ອມແປງຝາຍນໍ້າລົ້ນເພື່ອສະໜອງນໍ້າໃຫ້ກັບປະຊາຊົນ ສູນບຳບັດ ແລະ ຮັກສາສຸຂະພາບຜູ້ຕິດຢາເສບຕິດ ແລະ ຮັກສາປ່າໄມ້ຍອດນໍ້າ ແລະ ສິ່ງແວດລ້ອມ ບ້ານ ທົ່ງຫວາຍ (ຫ້ວຍລຳພັນຕອນເທິງ) ເມືອງທ່າແຕງ ແຂວງ ເຊກອງ ງົບປະມານ 2.065.000.000 ກີບ ຈັດຕັ້ງປະຕິບັດໂດຍ ກອງບັນຊາການປກສ ແຂວງເຊກອງ 10.ໂຄງການສ້າງແຜນຈັດສັນທີ່ດິນ ນຳໃຊ້ຊັບພະຍາກອນທຳມະຊາດຂັ້ນເມືອງ ເມືອງສົບເບົາ ແລະ ເມືອງຊຽງຄໍ້ ງົບປະມານ 783.220.000 ກີບ ຈັດຕັ້ງປະຕິບັດໂດຍ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫົວພັນ 11.ໂຄງການສ້າງແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ຂັ້ນບ້ານເຂດປ່າຜະລິດແຫ່ງຊາດ ຜານາງນອນ ບ້ານປົ່ງຄຳ ແລະ ບ້ານ ດອນໄຊ ເມືອງ ຊຽງຮອນ ແຂວງ ໄຊຍະບູລີ ງົບປະມານ 1.330.000.000 ກີບ ຈັດຕັ້ງປະຕິບັດໂດຍ ພະແນກປ່າໄມ້ບ້ານ ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ 12. ໂຄງການສ້າງຄວາມເຂັ້ມແຂງການຄຸ້ມຄອງປ່າໄມ້ແບບມີສ່ວນຮ່ວມໃນການທົບທວນຂອບເຂດ 3 ປະເພດປ່າ ແລະ ສ້າງມາດຕະການປ້ອງກັນໄຟປ່າແບບຍືນຍົງ ງົບປະມານ 1.180.000.000 ກີບ ຈັດຕັ້ງປະຕິບັດໂດຍກອງສຳຫຼວດປ່າໄມ້ ແລະ ປ້ອງກັນໄຟປ່າ ກົມປ່າໄມ້ ກະຊວງ ກສ 13.ໂຄງການຄົ້ນຄວ້າ-ວິໄຈ ແລະ ພັດທະນາຕົ້ນແບບເສດຖະ ກິດສີຂຽວເພື່ອລົບລ້າງຄວາມທຸກຍາກ ແລະ ເຮັດໃຫ້ສິ່ງແວດລ້ອມດີຂຶ້ນຜ່ານການນຳໃຊ້ໄບໂອ-ສະປໍເຕັກໂນໂຊີ ຢູ່ ແຂວງຊຽງຂວາງ ງົບປະມານ 800 ລ້ານກີບ ຈັດຕັ້ງປະຕິບັດໂດຍ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ 14. ໂຄງ ການຕິດຕາມ ກວດກາ ແລະ ແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມຈາກບັນດາກິດຈະກຳການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຢູ່ເຂດບໍ່ກົ່ວໂພນຕິ້ວ ເມືອງ ຫີນບູນ ແຂວງຄຳມ່ວນ ງົບປະມານ 797.450.000 ກີບ ຈັດຕັ້ງປະຕິບັດໂດຍ ກົມກວດກາຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ 15. ໂຄງການສ້າງຄວາມເຂັ້ມແຂງກ່ຽວກັບການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດ ລ້ອມ ງົບປະມານ 799.900.000 ກີບ ຈັດຕັ້ງປະຕິບັດໂດຍ ກົມສິ່ງແວດລ້ອມ ກະຊວງ ກສ .

error: Content is protected !!