ຄະນະນຳ ນວ ລົງຊຸກຍູ້ການກະກຽມປະກາດ 4 ຕາແສງຢູ່ເມືອງໄຊເສດຖາ


ວັນທີ 26 ພຶດສະພາ 2026 ທ່ານ ອາດສະພັງທອງ ສີພັນດອນ ພ້ອມຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມການກະກຽມປະກາດສ້າງຕັ້ງຕາແສງຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໂດຍມີ ທ່ານ ນາງ ບົວວອນ ສຸກລາແສງ ເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ ພ້ອມພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.


ທ່ານນາງ ບົວວອນ ສຸກລາແສງ ໄດ້ກ່າວວ່າ ຫຼັງຈາກໄດ້ຮັບນິຕິກຳກ່ຽວກັບການສ້າງຕັ້ງຕາແສງ ທາງເມືອງໄດ້ດຳເນີນຕາມຂັ້ນຕອນໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ລົງເຜີຍແຜ່ ແລະ ເກັບກຳຂໍ້ມູນໃນ 48 ບ້ານຂອງເມືອງໄຊເສດຖາ ຮ່ວມກັບ 7 ກຸ່ມ ປກສ ປັດຈຸ ບັນໄດ້ຕົກລົງສ້າງຕັ້ງ 4 ຕາແສງປະກອບມີ ຕາແສງທາດຫຼວງ ຕາແສງວັງຊາຍ ຕາແສງໂນນສະຫວ່າງ ແລະ ຕາແສງດຸງພັດທະນາ ໂດຍໄດ້ກຳນົດແຜນທີ່ ຈຳນວນບ້ານ ແລະ ປະຊາກອນຢ່າງຄົບຖ້ວນພ້ອມໄດ້ຮັບຂໍ້ຕົກລົງຮັບຮອງການສ້າງຕັ້ງຕາແສງແລ້ວ ບັນຫາສຳຄັນໃນປັດຈຸບັນແມ່ນການຈັດຫາສຳນັກງານຕາແສງເນື່ອງຈາກບາງສະຖານທີ່ຕ້ອງໃຊ້ງົບປະມານສູງໃນການປັບປຸງ ສ້ອມແປງ ດັ່ງນັ້ນທາງເມືອງຈຶ່ງໄດ້ປັບແຜນໂດຍນຳໃຊ້ຫ້ອງການກຸ່ມ ແລະ ຫ້ອງການບ້ານບາງບ້ານມາປັບປຸງເປັນສຳນັກງານຕາແສງຊົ່ວຄາວເພື່ອໃຫ້ທັນເປົ້າໝາຍການປະກາດໃນເດືອນ 9 ປີນີ້ ນອກຈາກນັ້ນທາງເມືອງໄດ້ຮັບແຈ້ງຈາກຝ່າຍຫວຽດນາມວ່າຈະໃຫ້ການຊ່ວຍ ເຫຼືອມູນຄ່າປະມານ 7 ແສນໂດລາເພື່ອນຳໄປກໍ່ສ້າງສຳນັກງານຕາແສງ ແລະ ລະບົບຖານຂໍ້ມູນຕ່າງໆໃນອະນາຄົດ.

ໃນໂອກາດດຽວກັນທ່ານ ອາດສະພັງທອງ ສີພອນດອນ ໄດ້ເນັ້ນໜັກໃຫ້ການສ້າງຕັ້ງຕາແສງ ຕ້ອງຍຶດແນວທາງຂອງສູນກາງພັກໂດຍໃຫ້ນຳໃຊ້ຫ້ອງການກຸ່ມເປັນສຳນັກງານຕາແສງກ່ອນເພື່ອປະຢັດງົບປະມານ ແລະ ສາມາດດຳເນີນວຽກໄດ້ທັນເວລາ ພ້ອມກັນນັ້ນບັນດາຄະນະຮັບຜິດຊອບຂັ້ນເມືອງ ຂັ້ນນະຄອນຫຼວງຕ້ອງໄດ້ຮ່ວມກັນສູ້ຊົນເຮັດໃຫ້ສຳເລັດຕາມຄາດໝາຍທີ່ກຳນົດໄວ້ ມອບໃຫ້ຫ້ອງວ່າການເມືອງສົມທົບກັບຫ້ອງການພາຍໃນເມືອງຮີບຮ້ອນ ຄົ້ນຄວ້າໂຄງຮ່າງການຈັດຕັ້ງ ກົນໄກການເຮັດວຽກ ພາລະບົດບາດຂອງຕາແສງໃຫ້ລະອຽດເພື່ອຜ່ານຄະນະປະຈຳພັກເມືອງຮັບຮອງ ມອບໃຫ້ຫ້ອງການການເງິນເມືອງສົມທົບກັບຫ້ອງການແຜນການ ແລະ ການລົງທຶນໄປຄິດໄລ່ງົບປະມານບໍລິຫານ ງົບປະມານການສ້ອມແປງຫ້ອງການ ລະບົບນ້ຳ ລະບົບໄຟຟ້າໃຫ້ລະອຽດເພື່ອສະເໜີຂໍອະນຸມັດງົບປະມານຈາກຂັ້ນເມືອງ ແລະ ຂັ້ນ ນວ ມອບໃຫ້ ປກສ ເມືອງ ປກຊ ເມືອງ ໄປກວດກາຄືນຄຳສັ່ງ ແນະນຳວຽກງານວິຊາສະເພາະຖືເອົາການຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມເປັນໃຈກາງ ການກວດກາຄອບຄົວ ແລະ ເຮືອນ ເຊົ່າເພື່ອປ້ອງກັນອາຊະຍາກຳ ຢາເສບຕິດ ແລະ ກຸ່ມສະແກມເມີຕ່າງໆ ທຸກພາກສ່ວນກ່ຽວຂ້ອງຄວນຮີບຮ້ອນຄົ້ນຄວ້າໂຄງຮ່າງອົງ ການ ບຸກຄະລາກອນ ງົບປະມານ ແລະ ກົນໄກການດຳເນີນວຽກເພື່ອໃຫ້ 4 ຕາແສງສາມາດເປີດດຳເນີນງານ ແລະ ໃຫ້ບໍລິການປະ ຊາຊົນໄດ້ຢ່າງມີປະສິດທິຜົນ.

error: Content is protected !!