ອາ​ຊຽນ ເພີ່ມທະວີການຮ່ວມມື ເພື່ອບັນລຸເປົ້າໝາຍຮ່ວມກັນ ແກ້ໄຂມົນລະພິດໝອກຄວັນໃນພາກພື້ນ

ກອງປະຊຸມຄະນະກໍາມາທິການຄັ້ງທີ 19 ພາຍໃຕ້ກອງປະຊຸມພາຄີຂອງສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມ ແດນ ຄັ້ງທີ 18 ຈັດຂື້ນວັນທີ 22 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງ ທ່ານ ໂລນຄໍາ ອາດສະນາວົງ ຫົວ ໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາຄະນະກໍາມາທິການອາຊຽນເຂົ້າຮ່ວມ.

ທ່ານ ໂລນຄໍາ ອາດສະນາວົງ ໄດ້ກ່າວວ່າ:ກອງປະຊຸມຄັ້ງນີ້ ຖືເປັນໂອກາດທີ່ດີໃນການເຕົ້າໂຮມກັນ ແລກ ປ່ຽນຄວາມເຂົ້າໃຈ ແລກປ່ຽນຄວາມຮູ້ ເພີ່ມທະວີການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ເພື່ອບັນລຸເປົ້າໝາຍຮ່ວມກັນແກ້ໄຂມົນລະ ພິດໝອກຄວັນໃນພາກພື້ນ ໃນການຮ່ວມມືກັນປະຕິບັດສັນຍາອາຊຽນ ກ່ຽວກັບມົນລະພິດໝອກຄວັນຂ້າມແດນ ແລະ ບັນລຸເປົ້າໝາຍສ້າງເສັ້ນທາງປອດໝອກຄວັນໃນປີ 2030.

ພາກພື້ນອາຊຽນໄດ້ປະເຊີນກັບການເກີດໝອກຄວັນເປັນປະຈໍາໃນແຕ່ລະປີ ໃນທົດສະວັດທີ່ຜ່ານມາມົນລະພິດຈາກໝອກ ຄວັນເປັນອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ມີຜົນກະທົບຕໍ່ສຸຂະພາບຂອງມະນຸດ ດ້ວຍການໃຫ້ສັດຕະຍາບັນຂອງສັນຍາອາ ຊຽນກ່ຽວກັບມົນລະພິດໄພໝອກຄວັນຂ້າມແດນຢ່າງເຕັມຮູບແບບ ໂດຍບັນດາປະເທດສະມາຊິກອາຊຽນທັງໝົດ ດັ່ງນັ້ນ ຈຶ່ງເປັນເວລາສົມຄວນແລ້ວທີ່ຈະຕ້ອງເພີ່ມທະວີຄວາມພະຍາຍາມຂອງຊາດ ແລະ ພາກພື້ນ ເພື່ອແກ້ໄຂບັນຫານີ້ຮ່ວມກັນ ສປປ ລາວ ເຊື່ອໝັ້ນວ່າກອງປະຊຸມຄັ້ງນີ້ຈະເປັນເວທີທີ່ມີສິດທິຜົນສູງ ເພື່ອຕີລາຄາຄວາມຄືບໜ້າ ແລະ ໝາກຜົນຂອງການ ຮ່ວມມື ເພີ່ມທະວີແຜນການເຄື່ອນໄຫວລະດັບຊາດໃນການຕ້ານໄຟໄໝ້ປ່າ ແລະ ປ່າໄມ້ ຕິດພັນກັບການກວດກາຄືນແຜນ ທີ່ການຮ່ວມມືອາຊຽນສະບັບປັບປຸງ ການຄວບຄຸມມົນລະພິດຂ້າມຊາຍແດນດ້ວຍວິທີການປະຕິ ບັດຮ່ວມກັນ ນອກນີ້ໃນ ກອງປະຊຸມຍັງຈະໄດ້ທົບທວນຄືນແຜນທີ່ການປັບປຸງ ແລະ ຍຸດທະສາດການຄຸ້ມຄອງພູພຽງອາຊຽນ ປຶກສາຫາລືກ່ຽວກັບ ການສ້າງຕັ້ງສູນປະສານງານການຄວບຄຸມມົນລະພິດໝອກຄວັນຂ້າມແດນອາຊຽນ.


ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຕໍ່ໜ້າ ເຊີ່ງໝາກຜົນຂອງກອງປະຊຸມຄັ້ງທີ 18 ຂອງຄະນະກໍາມະການ ດັ່ງກ່າວ ຈະແຈ້ງໃຫ້ແກ່ກອງປະຊຸມຄັ້ງທີ 18 ຂອງບັນດາຝ່າຍຮັບຮອງເອົາແຜນທີ່ເສັ້ນທາງປອດໝອກຄວັນຂອງອາຊຽນ ຍຸດທະສາດປ່າໄມ້ 2030 ແລະ ຜັນຂະຫຍາຍຄວາມຄືບໜ້າຂອງສູນປະສານງານການຄວບຄຸມມົນລະພິດ  ໝອກຄວັນ ຂ້າມແດນອາຊຽນ.

error: Content is protected !!