ກອງປະຊຸມວິສາມັນຄອງຄະນະລັດຖະບານ ໄດ້ສຸມໃສ່ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ເພື່ອສຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຄາດຄະເນຈະຈັດຂຶ້ນໃນທ້າຍປີນີ້ ຂະນະທີ່ປະທານ ກອງປະຊຸມ ເລັ່ງໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ວຽກງານຈຸດສຸມ ແກ້ໄຂບັນກາເຄັ່ງຮ້ອນທາງດ້ານເສດຖະກິດ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 21 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ລັດຖະບານ ໄດ້ດຳເນີນກອງປະຊຸມວິ ສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ມີບັນດາທ່ານ ຮອງນາຍົກລັດຖະມົນ ຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມ ໄດ້ຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ດັ່ງນີ້: ຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ): ກອງ ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບ ປຸງ) ຮ່າງກົດໝາຍວ່າດ້ວຍເຂດເສດຖະກິດພິເສດ (ສະບັບສ້າງໃໝ່) ຮ່າງກົດໝາຍ ວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ (ສະບັບສ້າງໃໝ່).
ສຳລັບການປັບປຸງບັນດາຮ່າງກົດໝາຍດັ່ງກ່າວ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສົມທົບກັບກະຊວງ ຍຸ ຕິທໍາ ແລະ ບັນດາຄະນະຮັບຜິດຊອບກົດໝາຍດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາໃຫ້ທັນຕາມກຳນົດເວລາ.


ໂອກາດກ່າວປິດກອງປະຊຸມ ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມຈຳ ນວນໜຶ່ງຄື: 1. ກະກຽມເນື້ອໃນໃຫ້ແກ່ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2023 ແລະ ກອງປະຊຸມ ລັດຖະບານ ຮ່ວມກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ 2. ຈັດຕັ້ງຜັນຂະຫຍາຍຜົນກອງ ປະຊຸມ ຄົບຄະນະກາງສະໄໝຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ທີ່ຫາກໍສໍາເລັດໃນອາທິດຜ່ານມາ ໂດຍໃຫ້ຫັນເອົາ ບັນດາເນື້ອໃນ 5 ດ້ານ ເປັນແຜນວຽກຕົວຈິງໃຫ້ລະອຽດ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ 3. ສືບຕໍ່ສຸມໃສ່ແກ້ໄຂບັນ ຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້ ອັດຕາແລກປ່ຽນ ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນ ຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ ແຂງແຮງຂຶ້ນກ່ວາເກົ່າ ນໍາໃຊ້ຫຼາຍນະໂຍບາຍຫຼາຍມາດຕະການ ຫຼາຍວິທີ 4. ໃຫ້ກະ ຊວງ ສຶກສາທິການ ແລະ ກີລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ ລວມທັງການແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສະຖາບັນການສຶກສາ 5. ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນ ເສັ້ນທາງເລກທີ 8 ເສັ້ນ ທາງເລກທີ 12 ແລະ ເສັ້ນທາງອື່ນໆ ໃຫ້ສາມາດເດີນທາງໄປ-ມາ ເປັນປົກກະຕິໂດຍໄວ ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມສະພາບການປ່ຽນແປງ ຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມື ຕໍ່ກັບໄພພິບັດທີ່ອາດຈະ ເກີດຂຶ້ນໃນຕໍ່ໜ້າ 6. ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໂດຍ ສະເພາະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ອິນໂດເນເຊຍ ແລະ ຮັບການເປັນປະທານອາຊຽນ ການຕ້ອນຮັບ ການນໍາຈາກຕ່າງປະເທດ ກໍຄືງານສຳຄັນຕ່າງໆ.