ນັກຮຽນລາວ ຈາກໂຮງຮຽນນານາຊາດອົດສະຕາລີ ໄດ້ເຂົ້າຮ່ວມການແຂ່ງຂັນຄະນິດສາດ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 23-24 ກໍລະກົດ 2023 ຜ່ານມາ ສາມາດຍາດໄດ້ 1 ຫຼຽນຄຳ 4 ຫຼຽນເງິນ 3 ຫຼຽນທອງ ລາງວັນຊົມເຊີຍ 1 ຫຼຽນ ແລະ ໃບຍ້ອງຍໍ 11 ໃບ ເຊິ່ງການແຂ່ງຂັນດັ່ງກ່າວ ມີຜູ້ເຂົ້າຮ່ວມ ທັງໝົດ 1.500 ກວ່າຄົນ ຈາກ 32 ປະເທດ.

ການແຂ່ງຂັນຄະນິດສາດ ປະກອບມີ 3 ຮອບ ຄື: ຮອບທີ 1 ຕອບຄຳຖາມໂຈດເລກ ຮອບທີ 2 ຫຼີ້ນເກມພັດທະນາທັກສະເລກ (ປະກອບມີ 1 ທີມ ທີມລະ 3 ຄົນ) ສ່ວນຮອບທີ 3 ແກ້ໂຈດຄະນິດຄິດໄວ ເຊິ່ງຜ່ານການແຂ່ງຂັນ ທ້າວ ສຸຣິຍະເດດ ແສງສຸຣິຍະ ຫ້ອງ ປ2 ສາມາດຍາດໄດ້ 1 ຫຼຽນຄໍາ ແລະ 1 ຫຼຽນທອງ ທ້າວ ສຸກສໍາລານໄຊ ພົມມີສິດ ຫ້ອງ ປ2 ສາມາດຍາດໄດ້ 2 ຫຼຽນທອງ ແລະ 1 ຫຼຽນເງິນນາງ ຫົງທອງ ພົ້ນວິໃສ ຫ້ອງ ມ2 ສາມາດຍາດໄດ້ 2 ຫຼຽນເງິນ ແລະ ນາງ ເອມິກະ ວິລະວົງ ມ4 ສາມາດຍາດໄດ້ 1 ຫຼຽນເງິນ.


ການແຂ່ງຂັນດັ່ງກ່າວ ໄດ້ເລີ່ມມາແຕ່ປີ 2006 ພາຍໃຕ້ຊື່ການເເຂ່ງຂັນເລກລະຫວ່າງ ໂຮງຮຽນໃນສິງກະໂປ ເເລະ ທະວີບອາຊີ (SASMO) ແລ້ວໄດ້ປ່ຽນມາເປັນການແຂ່ງຂັນວິທະຍາສາດລະດັບນານາຊາດ (VANDA) ການເເຂ່ງຂັນເລກອາເມຣິກາ (AMO) ແລະ ການເເຂ່ງຂັນເລກສິງກະໂປ (SINGA) ໂຮງຮຽນນານາຊາດອົດສະຕຣາລີ ເປັນໂຮງຮຽນແຫ່ງດຽວໃນປະເທດລາວ ທີ່ຮ່ວມມືກັບສູນການເເຂ່ງຂັນເລກນານາຊາດສິງກະໂປ (SIMCC) ແລະ ເປັນໂຮງຮຽນດຽວທີ່ຈັດການແຂ່ງຂັນຕ່າງໆ ຂອງ SIMCC ຕັ້ງແຕ່ປີ 2018 ແລະ ໄດ້ສົ່ງນັກຮຽນທີ່ມີພອນສະຫວັນ ເພື່ອສະແດງທັກສະຄວາມສາມາດໃນດ້ານການແກ້ໂຈດຄະນິດສາດ ແລະ ເລກສົມຜົນ ເຂົ້າຮ່ວມລາຍການຕ່າງໆຢ່າງເປັນປະຈໍາ.
