THPC ສືບ​ຕໍ່​ຂະ​ຫຍາຍ​ຕົວ ກ​າຍ​ເປັນ​ໂຄງ​ການ​ຕົວ​ແບບ​ ການ​ປະ​ຕິ​ບັດ​ພັນ​ທ​ະ​ຕາມ​ສັນ​ຍາ​ສຳ​ປະ​ທານ

ເຂື່ອນໄຟຟ້າ ເທີນ-ຫີນບູນ ເປັນໜຶ່ງໃນບັນດາໂຄງການທີ່ປະສົບຜົນສຳເລັດຫຼາຍທີ່ສຸດໃນຂະແໜງພະລັງງານ ໄດ້ກາຍເປັນ ໂຄງການຕົວແບບໃນການປະຕິບັດພັນທະໂຄງການຕາມສັນຍາສໍາປະທານ ​ເຊິ່ງຜົນສຳ ເລັດຂອງໂຄງການພະລັງງານໄຟຟ້າ ເທີນຫີນບູນ ຈະສືບຕໍ່ເປັນກຳລັງແຮງທີ່ສຳຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳໄຟຟ້າຂອງປະເທດເຮົາ ໃນຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ທ່ານ ໂຣເບີດ ອາເລັນ ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ກ່າວໃນ​ໂອ​ກາດສະເຫຼີມສະຫຼອງການດໍາ ເນີນທຸລະກິດຂອງ ບໍລິສັດ ເທີນ-ຫີນບູນພາວເວີ ຈໍາກັດ (THPC) ຄົບຮອບ 25 ປີວ່າ: ເຂື່ອນໄຟຟ້າເທີນ-ຫີນບູນ ໄດ້ເລີ່ມຜະ ລິດໄຟຟ້າເປັນທາງການແຕ່ວັນທີ 31 ມີນາ 1998 ເປັນຕົ້ນມາ ເຊິ່ງສາມາດຜະລິດກະແສໄຟຟ້າໄດ້ປະມານ 46.000 ຈິກາ ວັດໂມງ ຮອດທ້າຍປີ 2022 ເຂື່ອນໄຟຟ້າ ເທີນ-ຫີນບູນ ເປັນໜຶ່ງໃນບັນດາໂຄງການທີ່ປະສົບຜົນສຳເລັດຫຼາຍທີ່ສຸດໃນຂະ ແໜງພະລັງງານ ໄດ້ກາຍເປັນໂຄງການຕົວແບບໃນການປະຕິບັດພັນທະໂຄງການຕາມສັນຍາສໍາປະທານ ພ້ອມທັງມີກາປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ ເນື່ອງ ມີຄວາມໜັກແໜ້ນ ແລະ ຍືນຍົງ ຜົນງານທີ່ພົ້ນເດັ່ນ ແລະ ກາຍເປັນສັນຍາລັກຂອງຂະບວນວິວັດແຫ່ງການພັດທະ ນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງເຂື່ອນໄຟຟ້າ ເທີນ-ຫີນບູນ ໄລຍະເວລາ 25 ປີທີ່ຜ່ານມາ ແມ່ນໄດ້ພັດທະນາຈາກ ໄລຍະທີ I ທີ່ມີກຳລັງການຜະລິດພຽງແຕ່ 220 ເມກາວັດ ໃນເວລາເບື້ອງຕົ້ນທີ່ເປີດນໍາໃຊ້ໃນປີ 1998 ມາສູ່ການກໍ່ສ້າງໂຄງ ການ ເທີນ-ຫີນບູນ ພາກຂະຫຍາຍສໍາເລັດໃນປີ 2013 ໄດ້ເພີ່ມກຳລັງຕິດຕັ້ງ ແລະ ກຳລັງການຜະລິດຂຶ້ນເປັນ 2 ເທົ່າ ເປັນ 520 ເມກາວັດ ເຊິ່ງແມ່ນການລົງທຶນພາຍໃນຂອງບໍລິສັດ 100%  ໂດຍບໍ່ມີການລົງທຶນເພີ່ມເຕີມຈາກລັດຖະບານ ຫຼື ຜູ້ຖື ຫຸ້ນ.

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນບໍລິສັດທີ່ລັດຖະບານລາວຖືຮຸ້ນ 60% ຕາງໜ້າໂດຍບໍລິສັດຜະລິດໄຟຟ້າລາວມະ ຫາຊົນ (EDL-Gen) ອີກ 40% ແມ່ນຖືຮຸ້ນໂດຍບໍລິສັດຕ່າງປະເທດຄື GMS International 20% ແລະ ແລະ Nordic Hydropower 20% ຕະຫຼອດ 25 ປີ ຜ່ານມາ ບໍລິສັດ ໄດ້ປະກອບສ່ວນງົບປະມານຫຼາຍກວ່າ 760 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານ ໂດຍຜ່ານເງິນປັນຜົນການຈ່າຍຄ່າພາກຫຼວງ ແລະ ເສຍອາກອນ  ໂດຍບໍລິສັດຈະສືບຕໍ່ປະຕິບັດພັນທະ ທາງດ້ານງົບປະມານຕະຫຼອດໄລຍະເວລາຂອງສັນສໍາປະທານທີ່ຍັງເຫຼືອ.

ທ່ານ ສອນໄຊ ສີພັນດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຕໍ່ຜົນສໍາເລັດຂອງ ບໍລິສັດ THPC ທີ່ຍາດ ມາໄດ້ໃນຕະຫຼອດ 25 ປີຜ່ານມາ  ເຊິ່ງພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍຕີລາຄາສູງ ແລະ ໃຫ້ ຄວາມ ສຳຄັນ ຕໍ່ຜົນສຳເລັດໃນການດໍາເນີນງານຂອງເຂື່ອນໄຟຟ້າເທີນ-ຫີນບູນ ກໍຄື ການພັດທະນາເຕີບໃຫຍ່ຂະຫຍາຍ ຕົວຂອງບໍລິສັດດັ່ງກ່າວຕະຫຼອດມາ ເຊິ່ງໄດ້ຕິດພັນຢ່າງສະໜິດແໜ້ນກັບການນຳພາຂອງພັກ ແລະ ຄະນະພັກອົງການປົກ ຄອງທ້ອງຖິ່ນເປັນຢ່າງດີ  ຊ່ວຍເພີ່ມລາຍຮັບໃຫ້ປະເທດລາວໃນລະດັບທີ່ແນ່ນອນ ເຂື່ອນໄຟຟ້າເທີນ-ຫີນບູນໄດ້ເຮັດບົດ ບາດ ແລະ ໜ້າທີ່ປະກອບ ສ່ວນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການປັບປຸງ ແລະ ຍົກລະດັບ ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດບໍລິເວນອ້ອມຂ້າງໂຄງການໃຫ້ດີຂຶ້ນເປັນກ້າວໆ ລັດ ຖະບານ ເຊື້ອໝັ້ນຢ່າງໜັກແໜ້ນວ່າ ຜົນສຳເລັດຂອງໂຄງການພະລັງງານໄຟຟ້າເທີນຫີນບູນ ຈະສືບຕໍ່ເປັນກຳລັງແຮງທີ່ສຳຄັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳໄຟຟ້າຂອງປະເທດເຮົາໃນຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.

ບໍລິສັດ ເທີນ-ຫີນບູນພາວເວີ ຈໍາກັດ (THPC) ໄດ້ຈັດພິທີ ຂຶ້ນວັນທີ 31 ມີນາ 2023 ຢູ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ໂຣເບີດ ອາເລັນ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.

error: Content is protected !!