ນວ ສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງ ຂັ້ນ ປ5 ມ4 ແລະ ມ7 ສົກ 2022-2023

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງຊັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ຂຶ້ນໃນວັນທີ 29 ມີນາ 2023 ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ພະນັກງານຄູ-ອາຈານ ຂະແໜງການກ່ຽວຂ້ອງ ນ້ອງນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ກ່າວວ່າ: ເພື່ອເປັນຊຸກຍູ້ຂະບວນການຮຽນ-ການສອນຂອງຄູອາ-ຈານ ແລະ ນັກຮຽນໃຫ້ມີຄວາມຫ້າວຫັນ ເອົາໃຈໃສ່ຕໍ່ການຮຽນ-ການສອນຮັບປະກັນໃນການຈັດຕັ້ງປະຕິບັດໂຄງການໃຫ້ມີຄວາມຄວາມສຳເລັດຕາມການມອບໝາຍ ສ້າງໂອກາດໃຫ້ນັກຮຽນທີ່ມີພອນສະຫວັນໄດ້ສະແດງດ້ານຄວາມຮູ້ຄວາມສາມາດເຂົ້າໃນການສອບເສັງແຂ່ງຂັນນັກຮຽນເກ່ງ ເຊິ່ງການເຂົ້າຮ່ວມການສອບເສັງດັ່ງກ່າວແມ່ນຕົວແທນນັກຮຽນເກ່ງທີ່ຜ່ານການສອບເສັງຄັດເລືອກໃນລະດັບໂຮງຮຽນ ເມືອງ ຈາກນັ້ນຈຶ່ງເຂົ້າສອບເສັງແຂາງຂັນລະດັບ ນວ.

ສຳລັບການສອບເສັງຊັ້ນ ປ5 ມີ 3 ວິຊາຄື ຄະນິດສາດ ພາສາລາວ ແລະ ໂລກອ້ອມຕົວ ສ່ວນ ມ4 ແລະ ມ7 ມີ 4 ວິຊາຄື ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ວິຊາເຄມີສາດ ຜ່ານການຄັດເລືອກແຕ່ລະຂັ້ນຈົນຮອດການສອບເສັງແຂ່ງຂັນຂັ້ນ ນວ ໂດຍມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 527 ຄົນ ໃນນັ້ນຂັ້ນ ປ5 ມີ 146 ຄົນ ຍິງ 101 ຄົນ ຂັ້ນ ມ4 ມີ 191 ຄົນ ຍິງ 142 ຄົນ ຂັ້ນ ມ7 ມີ 190 ຄົນ ຍິງ 57 ຄົນ ຈາກນັ້ນກໍໄດ້ມີການສອບເສັງແຂ່ງຂັນໃນຂັ້ນ ນວ ຜ່ານການສອບເສັງແຂ່ງຂັນ ສາມາດຄັດເລືອກໄດ້ນັກຮຽນເກັ່ງອັນດັບທີ 1 ມີ 11 ຄົນ ຂັ້ນ ປ5 ມີ 3 ຍິງ 2 ຄົນທີ່ມາຈາກໂຮງຮຽນປະຖົມສິນໄຊ ໂຮງຮຽນປະຖົມສົນທະລັກ ແລະ ໂຮງຮຽນປະຖົມປາດຖະໜາ ຂັ້ນ ມ4 ມີ 4 ຄົນ ຍິງ 4 ຄົນ ມາຈາກ ມສ ປາດຖະໜາ ມສ ພອນສະຫວັນຊົນເຜົ່າ ມສ ວຽງຈັນ ແລະ ມສ ສະຖາພອນ ຂັ້ນ ມ7 ມີ 4 ຄົນ ຍິງ 1 ຄົນ ມາຈາກ ມສ ພອນສະຫວັນຊົນເຜົ່າ ແລະ ມສ ວຽງຈັນ ສ່ວນອັນດັບທີ 2 ມີ 11 ຄົນ ຍິງ 8 ຄົນ ໃນນັ້ນຂັ້ນ ປ5 ມີ 3 ຄົນ ຍິງ 2 ຄົນ ມ4 ມີ 4 ຄົນ ຍິງ 4 ຄົນ ແລະ ມ7 ມີ 4 ຄົນ ຍິງ 2 ຄົນ ຈາກນັ້ນບັນດານັກຮຽນເກ່ງກໍຈະໄດ້ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກ່ງທົ່ວປະເທດຕື່ມອີກໂອກາດນີ້ໃນພິທີດັ່ງກ່າວຍັງໄດ້ມີການມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ໂຮງຮຽນຕົວແບບຄຸນນະພາບ 7 ແຫ່ງ ພ້ອມນັ້ນໄດ້ຍ້ອງຍໍ ພະນັກງານຄູ-ອາຈານທີ່ສອນບຳລຸງນັກຮຽນເກ່ງ ແລະ ມອບໃບຢັ້ງຢືນໃຫ້ນັກຮຽນເກ່ງຈຳນວນໜຶ່ງຕື່ມອີກ.

error: Content is protected !!