ຮອງນາຍົກລົງເຮັດວຽກຢູ່ແຂວງຫຼວງນ້ຳທາກຽມຄວາມພ້ອມ ເປີດດ່ານສາກົນທາງລົດໄຟລາວ-ຈີນ

ວັນທີ 23-24 ມີນາ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ເພື່ອກວດກາເບິ່ງດ່ານສາກົນທາງລົດໄຟ ລາວ-ຈີນ ຢູ່ສະຖານີລົດໄຟບໍ່ເຕັນ ເພື່ອກະກຽມຄວາມພ້ອມໃນການເປີດດ່ານສາກົນທາງລົດໄຟ ລາວ-ຈີນໂດຍມີບັນດາ ທ່ານລັດຖະມົນຕີ ຮອງລັດຖະມົນຕີ ພ້ອມດ້ວຍບັນດາກົມກ່ຽວຂ້ອງຂອງຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ນອກນີ້ຍັງມີຄະນະກຳມະການຮ່ວມມື ລາວ-ຈີນ ບໍລິສັດທາງລົດໄຟ ລາວ-ຈີນ ແລະ ບໍລິສັດລາວເກດເວ ເຂົ້າຮ່ວມໃນການເຄື່ອນໄຫວດັ່ງກ່າວ.

ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຈາກທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງແຂວງຫຼວງນໍ້າ ທາ ແລະ ໄດ້ຮັບຟັງລາຍງານຫຍໍ້ກ່ຽວກັບຄວາມພ້ອມໃນດ້ານຕ່າງໆຈາກພາກສ່ວນກ່ຽວຂ້ອງ ໂດຍຜູ້ອຳນວຍການບໍລິສັດລົດ ໄຟ ລາວ-ຈີນ ໂດຍສະເພາະຈຸດກວດກາຄົນເຂົ້າ-ອອກປະເທດ ອຸປະກອນຮັບໃຊ້ແຕ່ລະຂະແໜງການ ບຸກຄະລາກອນປະຈໍາ ດ່ານ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານທີ່ຈະເດີນທາງຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ ຜ່ານການຮັບຟັງການ ລາຍງານ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍແຕ່ລະພາກສ່ວນທີ່ໄດ້ສຸມໃສ່ກະກຽມໃຫ້ແກ່ການເປີດ ດ່ານສາກົນລົດໄຟ ລາວ-ຈີນ ໂດຍສະເພາະການຕ້ອນຮັບລົດໄຟໂດຍສານຖ້ຽວທໍາອິດ ເຊິ່ງຄາດວ່າຈະມີຂຶ້ນຢ່າງເປັນທາງ ການ ໃນວັນທີ 13 ເມາສາ 2023 ນີ້ ໃນຂະນະດຽວກັນ ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ການຊີ້ນໍາແຕ່ລະພາກສ່ວນ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງບໍລິສັດລົດໄຟ ລາວ-ຈີນ ແລະ ເຂດເສດຖະກິດພິເສດ ໃຫ້ມີການປະສານ ສົມທົບກັນສືບຕໍ່ກະກຽມດ້ານຕ່າງໆທີ່ຍັງຄົງຄ້າງໃຫ້ສໍາເລັດ ເພື່ອເຮັດໃຫ້ພິທີເປີດຢ່າງເປັນທາງການດ່ານສາກົນລົດໄຟ ລາວ-ຈີນ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໜາຍຢ່າງຈົບງາມ.

error: Content is protected !!