ໃນສ່ວນຂອງການສະເຫຼີມສະຫຼອງປີສາກົນຂອງ ທັນຍາພືດ ປີ2023 “ກອງປະຊຸມທັນຍາພືດໂລກ (Shree Anna)” ແມ່ນໄດ້ ຮັບການຈັດຕັ້ງໂດຍລັດຖະບານອິນເດຍໃນວັນທີ 18-19 ມີນາ 2023 (ທັງຮູບແບບເຊິ່ງໜ້າ ແລະ ຮູບແບບ online) ທ່ານ ນາເຣັນດຣາ ໂມດີ (Narendra Modi) ໄດ້ກ່າວຄໍາປາໄສໃນກອງປະຊຸມໃນວັນທີ 18 ມີນາ 2023 ສໍາລັບການສົ່ງເສີມ ທົ່ວໂລກ ແລະ ການຮັບຮອງເອົາທັນຍາພືດເປັນພືດທີ່ມີຜົນປະໂຫຍດຕໍ່ທັງມະນຸດ ແລະ ສິ່ງແວດ ລ້ອມ.

ກອງປະຊຸມລະດັບໂລກ ຈັດເປັນເວລາ 2 ວັນ ຈະມີກອງປະຊຸມກ່ຽວກັບບັນຫາສຳຄັນຕ່າງໆ ທີ່ກ່ຽວຂ້ອງເຖິງ ເມັດພືດ (Shree Anna) ເຊັ່ນ: ການສົ່ງເສີມ ແລະ ການປູກຈິດສຳນຶກ ໃຫ້ແກ່ຜູ້ຜະລິດ ຜູ້ບໍລິໂພກ ແລະ ພາກສ່ວນອື່ນໆ ການພັດ ທະນາລະບົບຕ່ອງໂສ້ມູນຄ່າຂອງທັນຍາພືດ ດ້ານສຸຂະພາບແລະໂພຊະນາການຂອງທັນຍາພືດ ການເຊື່ອມໂຍງຕະຫຼາດ ການຄົ້ນຄວ້າ ແລະ ການພັດທະນາ ແລະ ອື່ນໆ ກອງປະຊຸມດັ່ງກ່າວ ມີລັດຖະມົນຕີກະສິກໍາຂອງບັນດາປະເທດຕ່າງໆ ນັກ ວິທະຍາສາດສາກົນ ນັກໂພຊະນາການ ຜູ້ຊ່ຽວຊານດ້ານສຸຂະພາບ ແລະ ພາກສ່ວນອື່ນໆ.




ອີງຕາມຂໍ້ສະເໜີຂອງອິນເດຍ ສະມັດຊາໃຫຍ່ສະຫະປະຊາຊາດໃນກອງປະຊຸມຄັ້ງທີ 75 ໃນເດືອນ 3 ປີ 2021 ໄດ້ປະກາດປີ 2023 ເປັນປີສາກົນ (IYM 2023) IYM2023 ຈະເປັນໂອກາດທີ່ຈະປູກຈິດສໍານຶກ ແລະ ເອົາໃຈໃສ່ນະໂຍບາຍໂດຍກົງຕໍ່ຜົນ ປະໂຫຍດດ້ານໂພຊະນາການ ແລະ ສຸຂະພາບຂອງທັນຍາພືດ ແລະ ມີຄວາມເໝາະສົມໃນການເພາະປູກພາຍໃຕ້ສະພາບ ອາກາດທີ່ບໍ່ເອື້ອອຳນວຍ ປີນີ້ຍັງຈະສົ່ງເສີມການຜະລິດເມັດທັນຍາພືດແບບຍືນຍົງໃນຂະນະທີ່ຊີ້ໃຫ້ເຫັນທ່າແຮງຂອງພວກ ເຂົາເພື່ອສະຫນອງໂອກາດຕະຫຼາດທີ່ມີຄວາມຍືນຍົງໃໝ່ສໍາລັບຜູ້ຜະລິດ ແລະ ຜູ້ບໍລິໂພກ.


ສຳລັບສະຖານທູດອິນເດຍ ປະຈໍາ ນະຄອນຫຼວງວຽງຈັນ ກໍໄດ້ຖ່າຍທອດສົດກອງປະຊຸມໃຫຍ່ຄັ້ງຄັ້ງດັ່ງກ່າວ ເຊິ່ງມີ ທູດ ອຸປະທູດ ພະນັກງານສະຖານທູດ ຊາວອິນເດຍ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ ພາຍໃນງານ ຍັງໄດ້ວາງສະແດງຜະລິດຕະພັນຈາກທັນຍະພືດເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຊົມ.