ລາວ-ກຳປູເຈຍ ຮັບຮອງແຜນການສືບຕໍ່ຮ່ວມມືຈັດ ຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ລາຊະ ອານາຈັກກຳປູເຈຍ ນໍາໂດຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ລາຊະອາ ນາຈັກກໍາປູເຈຍ ພ້ອມດ້ວຍບັນດາຄະ ນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງ ການ ລະຫວ່າງ ວັນທີ 18-20 ມີນາ 2023 ພ້ອມທັງເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ລະ ຫວ່າງ ກະຊວງປ້ອງກັນຄວາມສະ ຫງົບລາວ ແລະ ກະຊວງພາຍໃນກໍາປູເຈຍ ຢ່າງເປັນທາງການໃນວັນທີ 19 ມີນາ 2023 ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍການຕ້ອນຮັບຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບລາວ.

ຈາກນັ້ນ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ກໍໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ວ່າດ້ວຍ ການຮ່ວມມືສອງຝ່າຍ ປະຈໍາປີ 2023 ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກກະຊວງປ້ອງກັນຄວາມສະຫງົບລາວ ບັນດາຄະ ນະຜູ້ແທນຂັ້ນສູງ ຈາກກະຊວງພາຍໃນກຳປູເຈຍ ພ້ອມດ້ວຍການນຳຈາກແຂວງທີ່ມີຊາຍຕິດຈອດກັນຂອງສອງປະເທດເຊັ່ນ: ແຂວງຈໍາປາສັກ ແລະ ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງສະຕຶງແຕຣງ ແຂວງຣັດຕະນະຄີລີ ແລະ ແຂວງ ພະວິ ຫານຂອງລາຊະອານາຈັກກໍາປູເຈຍ ເຂົ້າຮ່ວມ.

ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍໃນຄັ້ງນີ້ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ ແທນຂັ້ນສູງກະຊວງພາຍໃນກຳປູເຈຍ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາຄາສະພາບ ແລະ ຜົນສໍາເລັດການພົວພັນຮ່ວມ ມືລະຫວ່າງສອງຝ່າຍ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ຕາມບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍ ທີ່ລັດຖະມົນ ຕີຂອງທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີ 2021 ຜ່ານມາ; ພ້ອມທັງ ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາແຜນການ ຮ່ວມມືລະຫວ່າງສອງກະຊວງ ໃນປີ 2023.

ເຖິງແມ່ນວ່າໃນປີ 2022 ຜ່ານມາ, ທັງສອງຝ່າຍຈະບໍ່ໄດ້ມີການຈັດຕັ້ງປະຕິດບັດທຸກກິດຈະກຳ ທີ່ໄດ້ກໍານົດໄວ້ຢູ່ໃນບົດບັນ ທຶກການ ຮ່ວມມື ລະຫວ່າງສອງກະຊວງ ທີ່ສອງລັດຖະມົນຕີໄດ້ລົງນາມໃນເດືອນພະຈິກ 2021 ຜ່ານລະບົບກອງປະຊຸມ ທາງໄກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະຜູ້ແທນຂັ້ນສູງທັງ ສອງຝ່າຍ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ເນື້ອໃນຈິດໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທຸກລະດັບ ໂດຍສະເພາະແມ່ນບັນດາ ແຂວງຊາຍ ແດນຂອງສອງປະເທດ; ການຮ່ວມມືໃນການຮັກສາຄວາມສະຫງົບ ຄວາມເປັນລະ ບຽບຮຽບຮ້ອຍ ແລະ ການ ແກ້ໄຂບັນຫາຕ່າງໆ ດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນ ແບບບ້ານໃກ້ເຮືອນຄຽງ.

ກອງປະຊຸມໄດ້ຕີລາຄາສະພາບການຮ່ວມມືທີ່ຍັງປະຕິບັດບໍ່ທັນໄດ້ ແລະ ເຫັນວ່າ ທັງ ສອງຝ່າຍຍັງຕ້ອງໄດ້ເພີ່ມມະວີໃນການ ປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເຊັ່ນ: ການຢ້ຽມຢາມແລກປ່ຽນປະສົບການຂອງກົມກອງວິຊາສະເພາະ ການປະຊຸມພົບ ປະລະຫວ່າງທ້ອງຖິ່ນ ການຝຶກອົບຮົມບຸກຄະລາກອນ ການສຶກສາອົບຮົມປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນຂອງ ສອງປະເທດໃຫ້ຮ່ວມກັນຈັດຕັ້ງປະຕິບັດກົດ ໝາຍກໍຄືລະບຽບການເຂົ້າ-ອອກເມືອງຂອງສອງປະເທດ.

ພ້ອມດຽວກັນນີ້ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາ ແຜນການຕ່າງໆ ທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2023 ເປັນຕົ້ນແມ່ນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ການຮ່ວມມືໃນ ການກວດກາ ແລະ ຄວບຄຸມຢາເສບຕິດ ການຮ່ວມມືດ້ານການຕ້ານການຄ້າມະນຸດ ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານ ອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ ການຮ່ວມມືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ການຮ່ວມມືດ້ານ ການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ ສອດຄ່ອງກັບແນວທາງການຕ່າງປະເທດຂອງສອງ ປະເທດ ແລະ ເຮັດໃຫ້ໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງກະຊວງໃນຕໍ່ໜ້ານີ້ ສາມາດຮັບປະກັນໃຫ້ສອງປະ ເທດ ຄືລາວ ແລະ ກຳປູເຈຍ ມີຄວາມສະຫງົບ ປອດໄພ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາທັງ ສອງປະເທດ.

ໃນໂອກາດດຽວກັນນີ້ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງພາຍໃນ ແຫ່ງ ລາ ຊະອານາຈັກກໍາປູເຈຍ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງກະຊວງ ຮ່ວມມື ກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.

error: Content is protected !!