ຮອງ ລມຕ ກະຊວງ ຜທ ຕິດຕາມໂຄງການກະສິກໍາ ເພື່ອໂພຊະນາການທີ່ແຂວງອຸດົມໄຊ

ວັນທີ 15-17 ມີນາ 2023 ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ຢານ ແດນເບ ຜູ້ຕາງໜ້າອົງການອາຫານໂລກ ແລະ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງ ຜທ ພ້ອມຕາງໜ້າຈາກກະຊວງທີ່ກ່ຽວຂ້ອງລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳໂຄງການພາກ ສະໜາມ ແລະ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງ ການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບູລິມະສິດ ປະຈຳປີ 2023 ທີ່ແຂວງອຸດົມໄຊ.

ການລົງເຄື່ອນໄຫວເຮັດວຽກຂອງຄະນະຄັ້ງນີ້ ແມ່ນໄດ້ເດີນທາງໄປຢ້ຽມຢາມກິດຈະກໍາໂຄງການກະສິກໍາເພື່ອໂພຊະນາການ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກອົງການອາຫານໂລກ ແລະ ແຜນງານໜຶ່ງດ່ຽວ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ ພ້ອມພົບກັບອໍານາດການປົກຄອງຂັ້ນເມືອງ ບ້ານ ແລະ ກຸ່ມເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ ເບິ່ງການຈັດຕັ້ງ ປະຕິບັດກິດຈະກໍາຢູ່ສູນຮຽນຮູ້ໂພຊະນາການ ທີ່ບ້ານຫາດນິກ ເມືອງຫຼາ ແຂວງອູດົມໄຊ ຈາກນັ້ນ ໄດ້ເດີ່ນທາງໄປຢ້ຽມຢາມ ກິດຈະກໍາ ການຈັດຕັ້ງປະ ຕິບັດໂຄງການອາຫານທ່ຽງ ທີ່ໂຮງຮຽນເພຍຫົວນໍ້າ ພົບປະກັບອໍານາດການປົກຄອງຂັ້ນເມືອງ ບ້ານຄູ-ອາຈານ ຜູ້ຮັບຜິດຊອບໂຄງການ ເພື່ອສົນທະນາແລກປ່ຽນການຈັດຕັ້ງພາຍຫຼັງຈາກການມອບ-ຮັບໂຄງ ການໃນປີ 2019 ເບິ່ງກິດຈະກໍາການປູກ ແລະ ລ້ຽງສັດນ້ອຍຢູ່ໃນໂຮງຮຽນ ການປຸງແຕ່ງອາຫານທ່ຽງໃຫ້ນັກຮຽນ ສົນທະນາກັບແມ່ຄົວ ແລະ ແຈກຢາຍອາຫານໃຫ້ນັກຮຽນ ທີ່ບ້ານເພຍຫົວນໍ້າ ເມືອງແບງ ແຂວງອຸດົມໄຊ.

ໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ນໍາພາຄະນະເຂົ້າຢ້ຽມຢ້າມ ແລະ ສະເໜີລາຍງານຈຸດ ປະສົງໃຫ້ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ ເຈົ້າແຂວງອຸ ດົມໄຊ ຊາບກ່ຽວກັບການລົງໄປຢ້ຽມຢາມ ແລະ ຕິດຕາມວຽກງານການຈັດຕັ້ງ ປະຕິບັດໂຄງການ ທີ່ໄດ້ຮັບການສະໜັບສະ ໜູນຈາກອົງ ການອາຫານໂລກ ແລະ ແຜນງານໜຶ່ງດຽວ ທີ່ໄດ້ຮັບທຶນສະໜັບ ສະໜູນຈາກທະນາຄານໂລກ ທີ່ແຂວງອຸດົມ ໄຊ ພ້ອມທັງມີການແລກປ່ຽນ ປຶກສາຫາລື ແລະ ຂໍທິດຊີ້ນໍາຈາກທ່ານເຈົ້າ ແຂວງ ກໍຄືການນໍາຂອງແຂວງໃນການຈັດຕັ້ງປະ ຕິບັດກິດຈະກໍາໂຄງການໃນປີ 2023. ຈາກນັ້ນ ໃນວັນທີ 17 ມີນາ 2023 ກໍໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນ ບູລິມະສິດ ປະຈໍາປີ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໂດຍມີຜູ້ແທນຈາກແຂວງອຸດົມໄຊ ແຂວງ ຫຼວງນ້ໍາທາ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມ ເພື່ອຖອດຖອນ ບົດຮຽນໃນການຈັດຕັ້ງປະຕິບັດໂຕຈິງໃນຂັ້ນທ້ອງຖິ່ນ ຜ່ານ ມາເຊັ່ນ:ຂໍສະດວກ ຂໍຫຍຸ້ງຍາກ ສິ່ງທ້າທາຍ ຂໍສະເໜີ ຕໍ່ຄູ່ຮ່ວມ ງານ ກໍຄືອົງການອາຫານໂລກ.

error: Content is protected !!