ກຽມພົບກັບງານມະຫາກຳກຽມຄວາມພ້ອມສູ່ການເຮັດວຽກໃນທ້າຍເດືອນນີ້

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນກຳມະບານລາວ ຈັດພິທີຖະແຫຼງຂ່າວງານມະຫາກຳກຽມຄວາມພ້ອມ ສູ່ການ້ຮັດວຽກ (Ready 4 Work festival 2023).

ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ກ່າວວ່າ: ເພື່ອສ້າງກິດຈະກຳທີ່ເຊື່ອມໂຍງລະຫວ່າງນັກສຶກສາ ຜູ້ຊອກວຽກ ເຮັດງານທຳ ບັນດາຫົວໜ່ວຍທຸລະກິດ ວິທະຍາໄລເຕັກນິກວິຊາຊີບ ແລະ ຜູ້ຊ່ຽວຊານຫຼາຍຂະ ແໜງການໄດ້ແລກ ປ່ຽນຂໍ້ ມູນຂ່າວສານກ່ຽວກັບການຈ້າງງານ ແລະ ຕະຫຼາດແຮງງານ ທັກສະທີ່ຈຳເປັນສຳລັບຜູ້ຊອກວຽກເຮັດ ແລະ ການກຽມພ້ອມ ກ່ອນສະໝັກວຽກ ພ້ອມກັນນັ້ນຍັງເປັນການຍົກສູງການຮຽນ-ການສອນອາຊີວະສຶກສາ ການເຝິກອົບຮົມວິຊາຊີບ ເປີດ ກ້ວາງໃຫ້ຜູ້ປະກອບການ ແຮງງານໄດ້ພົບປະແລກປ່ຽນ ສົ່ງເສີມວຽກເຮັດງານທຳໃຫ້ກັບແຮງງານທີ່ຫວ່າງງານ ຍົກລະດັບ ສີມືການເຮັດວຽກຂອງແຮງງານດ້ວຍການເຝິກອົບຮົມໃນຂະແໜງການຕ່າງໆ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຂໍ້ມູນຂ່າວສານ ກ່ຽວກັບຕະຫຼາດແຮງງານ ແລະ ນະໂຍບານທີ່ຕິດພັນກັບການຈ້າງງານຕ່າງໆ.

ງານດັ່ງກ່າວຈະຈັດຂຶ້ນລະຫວ່າວັນທີ 27-29 ມີ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ພາຍໃນງານຈະມີ 42 ຮ້ານວາງສະແດງ ຈາກຫຼາຍຂະແໜງການ ແລະ ມີກິດຈະກຳຫຼາຍຢ່າງເຊັ່ນ ຮ່ວມສົນທະນາໃຫ້ຄວາມຮູ້ ສ້າງແຮງບັນດານໃຈ ໃຫ້ຄຳປຶກສາ ກ່ຽວກັບອາຊີວະສຶກສາ ແລະ ແນະນຳວິຊາຊີບຈາກບັນດາວິທະຍາໄລເຕັກນິກວິຊາຊີບຕົວແບບ ນຳສະເໜີການຮຽນ-ການ ສອນໃນຮູບແບບອາຊີວະສຶກສາຄວບຄູ່ ສາທິດທັກສະດ້ານສີມືແຮຮງງານ ການແຂ່ງຂັນສີມືແຮງງານ ເຜີຍແຜ່ຜົນການສຳ ຫຼວດໂຄງການສົ່ງເສີມສີມືແຮງງານ ແລະ ກິດຈະກຳອື່ນໆອີກດ້ວຍ.

ພິ​ທີ​ຖະ​ແຫຼງ​ຂ່າວ​ງານ​ດັ່ງ​ກ່າວ ຈັດ​ຂຶ້ນວັນທີ 16 ມີນາ 2023 ສຄອຊ ເປັນກຽດຖະແຫຼງຮ່ວມໂດຍ ທ່ານ ໄຊບັນດິດ ຣາຊະພົນ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າ ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາງ ຈັນເພັງ ມະນີແສງ ຫົວໜ້າກົມ ປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!