ມສ ວຽງຈັນ ສະຫຼອງງານບຸນຝຣັ່ງໂກໂຟນນີສາກົນ ຄົບຮອບ 53 ປີ

ໂຮງຮຽນ ມສ ວຽງຈັນ ຈັດກິດຈະກໍາ ເພື່ອສະເຫຼີມສະຫຼອງງານບຸນຝຣັ່ງໂກໂຟນີສາກົນ ຄົບຮອບ 53 ປີ ຂຶ້ນໃນວັນທີ 17 ມີນາ 2023 ຢູ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ກາລະມຸງຄຸນ ສຸພານຸວົງ ຮອງຫົວໜ້າກົມຈັດຕັ້ງສາກົນ ກະຊວງການຕ່າງປະເທດ ທ່ານ ນາງ ໂຊເອ ເລີດຸກ ຜູ້ຮັບຜິດຊອບການຮ່ວມມືດ້ານການສຶກສາ ສະຖານທູດຝຣັ່ງ ປະຈໍາລາວ ທ່ານ ພອນໄຊ ບັນນາວົງ ຫົວໜ້າພະແນກພາສາຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ມີຮອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຫົວໜ້າຫ້ອງການສຶກສາເມືອງຈັນທະບູລີ ຄະ ນະຜູ້ອໍານວຍການ ຄູ-ອາຈານ ຜູ້ປົກຄອງ ແລະ ນ້ອງນັກຮຽນຫ້ອງສອງພາສາ ພ້ອມດ້ວຍນັກຮຽນທີ່ຮຽນພາສາຝຣັ່ງ ເປັນພາ ສາທີສອງໃນໂຮງຮຽນ ມສ ວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານນາງ ສຸກັນດາ ສານິນທະວົງ ຮອງອໍານວຍການໂຮງຮຽນ ມສ ວຽງຈັນ ກ່າວວ່າ: ການຈັດກິດຈະກໍາ ຄັ້ງນີ້ ກໍເພື່ອສະເຫຼີມ ສະຫຼອງງານບຸນຝຣັ່ງໂກໂຟນນີສາກົນ ຄົບຮອບ 54 ປີ ສປປ ລາວ ທີ່ໄດ້ເຂົ້າຮ່ວມໃນການສະເຫຼີມສະຫຼອງບຸນຝຣັ່ງໂກໂຟນນີ ຄົບຮອບ 32 ປີ ແລະ ສາຍພົວພັນການຮ່ວມມື ລາວ-ຝຣັ່ງ ຄົບຮອບ 70 ປີ ດັ່ງທີ່ທ່ານໄດ້ຮູ້ແລ້ວວ່າ ການສະເຫຼີມສະຫຼອງວັນ ສາກົນຝຣັ່ງໂກໂຟນນີ ແມ່ນການສະຫຼອງວັນສາກົນຂອງການໃຊ້ພາສາຝຣັ່ງ ແລະ ບັນດາປະເທດຝຣັ່ງໂກໂຟນໃນທົ່ວໂລກ ວັນສໍາຄັນດັ່ງກ່າວນີ້ ໄດ້ສ້າງຕັ້ງຂຶ້ນໃນປີ 1988 ໂດຍເປັນສື່ກາງໃຫ້ 70 ປະເທດ ແລະ ລັດຖະບານຂອງອົງການສາກົນຝຣັ່ງໂກ ໂຟນີ ເຊິ່ງຈໍານວນປະເທດທີ່ຢຶດໝັ້ນໃຊ້ພາສາຝຣັ່ງໄດ້ເພີ່ມຂຶ້ນເປັນ 84 ປະເທດ ຊຸມຊົນພາສາຝຣັ່ງຂອງພວກເຮົາໄດ້ເຕີບ ໃຫຍ່ໃນທຸກໆປີ.

ກ່ຽວກັບການຮຽນ-ການສອນຫ້ອງສອງພາສາ ພວກເຮົາມີນັກຮຽນທັງໝົດ 410 ຄົນ ນັກຮຽນຍິງ 248 ຄົນ ແລະ ມີຄູສອນ ພາສາຝຣັ່ງ ແລະ ຄູສອນວິທະຍາສາດທັງໝົດ 18 ຄົນ ເປັນຍິງ 11 ຄົນ ໃນສົກຮຽນ 2019-2020 ນັກຮຽນ ມ 7 ສໍາເລັດການ ສອບເສັງຈົບຊັ້ນ ໄດ້ 100% ສໍາລັບການສອບເສັງຈົບຊັ້ນ ມ ຕົ້ນ ພວກເຮົາມີນັກຮຽນ 54 ຄົນ ມີນັກຮຽນຍິງ 28 ຄົນ ສອບເສັງ ໄດ້ 100% ໃນປີນີ້ ນັກຮຽນຊັ້ນ ມ 4 ຫາ ມ 7 ໄດ້ຮັບການສອບເສັງ ແລະ ໄດ້ເສັງຜ່ານການວັດລະດັບພາສາຝຣັ່ງ ສໍາລັບນັກ ຮຽນໂດຍໄດ້ຮັບການຊຸກຍູ້ຈາກຫ້ອງການຫ້ອງສອງພາສາ ກະຊວງສຶກສາທິການ ແລະ ກີລາ ແລະ ສະຖານທູດຝຣັ່ງປະຈໍາ ລາວ ເຊິ່ງລະດັບ A2 ເສັງໄດ້ 92,31% ແລະ ລະດັບ B1 ເສັງໄດ້ 40% ນອກຈາກນັ້ນ ນາງ ຈັນດາວອນ ສີວົງໄຊ ນັກຮຽນຫ້ອງ C4/1 ເສັງໄດ້ອັນທີ 1 ວິຊາຄະນິດສາດ ຂັ້ນເມືອງ ແລະ ໄດ້ທີ 2 ຂັ້ນນະຄອນຫຼວງ ທ້າວ ແສງສຸລິຍາ ເທສທານີ ນັກຮຽນຫ້ອງ C4/1 ເສັງໄດ້ອັນທີ 2 ວິຊາຟີຊິກສາດ ຂັ້ນເມືອງ ສ່ວນໃນການເຝິກອົບຮົມຄູ ຄູໜຸ່ມທີ່ສອນວິທະຍາສາດ ແລະ ພາສາຝຣັ່ງ ແມ່ນໄດ້ຮັບການເຝິກອົບ ຮົມຢ່າງຕໍ່ເນື່ອງ ທາງດ້ານວິທີການສິດສອນ ທາງດ້ານພາສາຝຣັັ່ງ ແລະ ທາງດ້ານວິຊາສະເພາະ ໃນສົກຮຽນທີ່ຜ່ານມາ.

ແນວໃດກຊຕາມ ພວກເຮົາຂໍນໍາໃຊ້ໂອກາດງານສະເຫຼີມສະຫຼອງບຸນຝຣັ່ງສາກົນ ເພື່ອສະແດງຄວາມຮູ້ບຸນ ຄຸນມາຍັງບັນດາຄູ່ ຮ່ວມມື ໃນການພັດທະນາການຮຽນ-ການສອນວິທະຍາສາດ ແລະ ພາສາຝຣັ່ງໃນໂຮງ ຮຽນຂອງພວກເຮົາ ກໍຄືຂອງປະເທດ ພວກເຮົາ ສະຖານທູດຝຣັ່ງປະຈໍາລາວ ສະຖາບັນພາສາຝຣັ່ງໂຮງ ຮຽນນາໆຊາດຝຣັ່ງ ແລະ ອົງການປົກຄອງພາກລັດ ທີ່ໄດ້ໃຫ້ ການສະໜັບສະໜູນໃນທຸກຂົງເຂດວຽກງານ.

error: Content is protected !!