ຮອງ ລມຕ ກະຊວງ ຜທ ພ້ອມຄະນະ ຕິດຕາມໂຄງການພາກສະໝາມທີ່ແຂວງຜົ້ງສາລີ

ໃນລະຫວ່າງວັນທີ 13-15 ມີນາ 2023 ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ຢານ ແດນເບ ຜູ້ຕາງໜ້າອົງການອາຫານໂລກ ແລະ ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະ ຊວງ ຜທ ພ້ອມຕາງໜ້າຈາກກະຊວງທີ່ກ່ຽວຂ້ອງລົງເຄື່ອນໄຫວຢ້ຽມຍາມ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳໂຄງ ການພາກສະໜາມ ແລະ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ອົງການອາຫານໂລກ ປະຈໍາປີ 2022 ແລະ ສ້າງແຜນບູລິມະສິດ ປະຈຳປີ 2023 ທີ່ແຂວງຜົ້ງສາລີ.

ການລົງເຄື່ອນໄຫວວຽກງານຂອງຄະນະຄັ້ງນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ນຳພາຄະນະຂັ້ນສູນກາງເຂົ້າຢ້ຽມຢາມ ແລະ ສະເໜີລາຍງານຈຸດປະສົງ ໃຫ້ທ່ານ ຄຳຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ຊາບກ່ຽວກັບການມາເຄື່ອນ ໄຫວວຽກທີ່ແຂວງຜົ້ງສາລີ ພ້ອມທັງມີການປຶກສາຫາລື ແລະ ຂໍທິດຊີ້ນຳຈາກການນຳຂອງແຂວງ ພາຍຫຼັງທີ່ສຳເລັດການ ຢ້ຽມຢາມອຳນາດການປົກຄອງທ້ອງຖີ່ນແລ້ວ ຄະນະດັ່ງກ່າວ ໂດຍຮ່ວມກັບພະແນກແຜນການ ແລະ ການລົງທຶນ ແຂວງຜົ້ງ ສາລີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເດີ່ນທາງໄປຢ້ຽມຢາມກິດຈະກຳໂຄງການອາຫານທ່ຽງໃນໂຮງຮຽນ ພ້ອມພົບປະກັບ ອໍານາດການປົກຄອງຂັ້ນບ້ານ ຄູ-ອາຈານ ຜູ້ຮັບຜິດຊອບໂຄງການ ເພື່ອສົນທະນາແລກປ່ຽນການຈັດຕັ້ງປະຕິບັດກິດຈະກຳ ໂຄງການ ເບິ່ງການປຸງແຕ່ງອາຫານ ການກິນອາຫານຂອງນັກຮຽນ ແລະ ປູກຕົ້ນໄມ້ ກິນໝາກຢູ່ໂຮງຮຽນບ້ານຈີ່ໂຈະ ໄປຢ້ຽມ ຢາມກິດຈະກຳໂຄງການໂພຊະນາການ ແລະ ການສ້າງຊັບສິນເພື່ອຊຸມຊົນ ພົບປະກັບອໍານາດການປົກຄອງຂັ້ນເມືອງ ແລະ ບ້ານ ຜູ້ຮັບຜິດຊອບໂຄງການ ເພື່ອສົນທະນາແລກ ປ່ຽນການຈັດຕັ້ງປະຕິບັດກິດຈະກຳໂຄງການ ການສ້າງນ້ຳລີນ ທະນາຄານ ເຂົ້າ ແລະ ຢ້ຽມຢາມຄົວເຮືອນທີ່ໄດ້ຮັບທຶນການປູກຟັງ ແລະ ລ້ຽງສັດ ທີ່ບ້ານຂຸນໜຸ່ມຫຼວງ ເມືອງຜົ້ງສາລີ ແຂວງຜົ້ງສາລີ.

ພ້ອມດ່ຽວກັນນີ້ ຄະນະກໍໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ອົງການອາຫານໂລກ ປະຈຳປີ 2022 ແລະ ສ້າງແຜນບູລິມະສິດ ປະຈຳປີ 2023 ໃນຂັ້ນແຂວງ ແລະ 7 ເມືອງເປົ້າໝາຍໂຄງການ ພ້ອມທັງຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຕຈິງ ໃນຂັ້ນທ້ອງຖິ່ນກໍຄືແຂວງຜົ້ງສາລີ ຜ່ານມາເຊັ່ນ: ຂໍ້ສະດວກ ຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ຂໍ້ສະເໜີຕໍ່ຄູ່ຮ່ວມງານກໍຄືອົງການອາຫານໂລກ.

error: Content is protected !!