ລາວ-ມຽນມາ ຕີລາຄາການຮ່ວມມືວຽກງານ ຊາຍແດນສອງປະເທດ

ກອງປະຊຸມ ຄັ້ງທີ XIV ຂອງຄະນະກຳມະການຊາຍແດນລາວ-ມຽນມາ ຂັ້ນສູນກາງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ມີນາ 2023 ທີ່ ເມືອງທ່າຂີ້ເຫຼັກ ສສ ມຽນມາ ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະກໍາມະການຊາຍແດນລາວ-ມຽນມາຂັ້ນສູນກາງ ແລະ ຄະນະຜູ້ ແທນຝ່າຍມຽນມາ ນຳໂດຍ ທ່ານ ຈໍ ມິວ ທຸດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ ຫົວໜ້າຄະນະ ກໍາມະການຊາຍແດນມຽນມາ-ລາວຂັ້ນສູນກາງ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ຜູ້ ຕາງໜ້າຈາກແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ແລະ ລັດຊານຕາເວັນອອກທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ.

ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ XIII ຂອງຄະນະ ກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ທີ່ໄດ້ຈັດຂຶ້ນໃນປີ 2018 ທີ່ຜ່ານມາ ກໍຄືສັນຍາວ່າດ້ວຍການຄຸ້ມຄອງ ແລະ ຮ່ວມມືຕາມຊາຍແດນຂອງສອງປະເທດ ສະບັບປີ 1997 ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ນັບມື້ນັບຂະ ຫຍາຍຕົວສູງຂຶ້ນ ແລະ ໄດ້ປຶກສາຫາລືການພົວພັນຮ່ວມມືໃນຂົງເຂດວຽກງານຊາຍແດນຂອງສອງປະເທດ ເຊິ່ງລວມມີ ກົນ ໄກການຮ່ວມມືຂອງເຈົ້າໜ້າທີ່ຊາຍແດນ ການນຳໃຊ້ບັດຜ່ານແດນ ດ່ານຊາຍແດນ ການພົວພັນຮ່ວມມືທາງດ້ານແຮງງານ ການຄ້າຊາຍແດນ ການເດີນເຮືອ ຕາມລຳແມ່ນ້ຳຂອງ ການກວດກາ ແລະ ບູລະນະຫຼັກໝາຍຊາຍແດນ ການສະກັດກັ້ນການ ຄ້າຂາຍຢາເສບຕິດ ການຄຸ້ມຄອງການພັດທະນາບໍລິເວນຊາຍແດນ ຊຸກຍູ້ໃຫ້ມີການແລກປ່ຽນທຶນການສຶກສາ ລະຫວ່າງ ແຂວງຕິດຊາຍແດນຂອງສອງປະເທດ ບັນຫາອື່ນໆ ແລະ ໄດ້ກໍານົດທິດທາງຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.

ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນເອົາໃຈໃສ່ເພີ່ມທະ ວີການຮ່ວມມື ການແລກປ່ຽນຂໍ້ມູນຂ່າວສານ ສະກັດກັ້ນການກໍ່ອາຊະຍາກຳຂ້າມແດນ ການຄ້າຂາຍຢາເສບຕິດ ແລະ ສິ່ງຜິດ ກົດໝາຍອື່ນໆ ລວມທັງການ ສຶກສາອົບຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດປະຕິບັດການເຂົ້າ -ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດເພື່ອແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປ ພາຍໃຕ້ບັນຍາກາດໄມຕີຈິດມິດຕະພາບດ້ວຍຄວາມເຂົ້າອົກເຂົ້າໃຈ ຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານເຊິ່ງເປັນການປະກອບສ່ວນສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຍົກສູງການຮ່ວມມືພັດທະນາທາງດ້ານວຽກງານຊາຍແດນຂອງທັງສອງປະເທດ ເພື່ອແນໃສ່ສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະ ການຮ່ວມມືຍາວນານ.

error: Content is protected !!