ກຕສ ເຊື່ອມຊຶມມະຕິຄະນະບໍລິຫານງານສູນກາງພັກ ພ້ອມປະກາດການຈັດຕັ້ງ

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການ ເມືອງ-ແນວຄິດໃນໄລຍະໃໝ່ ຜັນຂະຫຍາຍມະຕິ ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ 5 ພ້ອມທັງປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການ ກົມ ແລະ ສູນທີ່ຂຶ້ນກັບກະຊວງ ກຕສ ຈັດຂຶ້ນວັນທີ 17 ມີນາ 2023 ຢູ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍ ເປັນ ປະທານຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ກສຕ ມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ສະຖາບັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ຈຸດ​ປະ​ສົງ​ຂອງ​ການ​ເຜີຍ​ແຜ່ ເພື່ອແນໃສ່ໃຫ້ສະມາຊິກພັກພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນສຳຄັນມະຕິກອງ ປະຊຸມ ເພື່ອໄປຈັດຕັ້ງຜັນຂະຫຍາຍຕົວສູ່ວຽກງານຕົວຈິງໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນຕົ້ນຕໍຂອງມະຕິຂອງກອງປະຊຸມດັ່ງກ່າວ ເປັນຕົ້ນການຕີລາຄາການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ທິດທາງຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນປີ 2023 ຕີລາຄາສະພາບການພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວຽກງານການ ຕ່າງປະເທດ ແລະ ອື່ນ​ໆ.

ໃນ​ພິ​ທີ​ດັ່ງ​ກ່າວ​ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັການຂັ້ນຮອງຫົວໜ້າຫ້ອງການກົມ ແລະ ສູນ  ເຊິ່ງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕົກລົງແຕ່ງຕັ້ງ: ທ່ານ ຫັດສະດີ  ພະລີຂັນ ເປັນຮອງຫົວໜ້າຫ້ອງການ ທ່ານ ຄໍາຜາຍ ອິນທະຣາ ແລະ ທ່ານ ນາງ ວັນນະພາ ພົມມະທັນສີ ເປັນຮອງຫົວໜ້າສູນບໍລິຫານລັດດີຈີຕອນ ທ່ານ ໄຊສົມຫວັງ ສຸວັນນະ ວົງ ແລະ ທ່ານ ພົມມະທັດ ພຸມະນີວົງ ເປັນຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ ທ່ານ ນາງ ໄພພອນ ບຸນທະວົງ ເປັນຮອງ ຫົວໜ້າກົມແຜນການ ແລະ ການເງິນ ທ່ານ ນາງ ອານິສອນ ກິ່ງສະດາ ເປັນຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍຖອດເຕັກໂນ ໂລຊີ ກະຊວງ ກສຕ.

error: Content is protected !!