ອາຊຽນ-ອົດສະຕຣາລີ ຕີລາຄາຄືນຄວາມຄືບໜ້າຂອງການຮ່ວມມື

ໃນວັນທີ 16-17 ມີນາ 2023 ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕຣາລີ ຄັ້ງທີ 35 ທີ່ ນະຄອນຫຼວງວຽງຈັນ ຮ່ວມກັບ ທ່ານ ນາງ Michelle Chan ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ທັງ ເປັນເຈົ້າໜ້າທີ່ອາວຸໂສອົດສະຕຣາລີ ຮັບຜິດຊອບວຽກອາຊຽນ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ເວທີພາກພື້ນ ອາຊຽນ ກອງປະຊຸມຄັ້ງນີ້ ຍັງມີບັນດາເຈົ້າໜ້າທີ່ອາວຸໂສ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ ອົດສະຕຣາລີ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ ສ່ວນ ປະເທດ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມໃນນາມຜູ້ສັງເກດການ.

ກອງປະຊຸມ ໄດ້ແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະ 1 ປີ ຜ່ານມາ ກໍຄື ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 2 ແລະ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ອົດສະຕຣາລີ ໂດຍສະເພາະການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2020-2024) ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານດັ່ງກ່າວ ແລະ ບັນດາຂໍ້ລິເລີ່ມອົດສະຕຣາລີ ເພື່ອອາຊຽນ (Aus4ASEAN) ເຊິ່ງ ກວມເອົາ 3 ເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ເປັນຮູບປະທໍາ.

ໃນໂອກາດນີ້ ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບຂໍ້ສະເໜີການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາ ຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ມີແຜນຈະຈັດຂຶ້ນໃນປີ 2024 ທີ່ ອົດສະຕຣາລີ ພ້ອມນັ້ນຍັງໄດ້ປຶກສາຫາລືກ່ຽວ ກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການແກ້ໄຂ ແລະ ຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ການຄ້າ ການຫັນປ່ຽນ ແລະ ການເຊື່ອມຈອດດ້ານດີຈີຕອນ ເສດຖະກິດດີຈີຕອນ ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ ການເຊື່ອມໂຍງພາກພື້ນ ການຮັດແຄບຄວາມ ແຕກໂຕນດ້ານການພັດທະນາ ເຄືອຄ່າຍຕົວເມືອງອັດສະລິຍະ ແລະ ສິດສະເໝີພາບລະຫວ່າງຍິງຊາຍ.

ນອກນັ້ນ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ ແລະ ເດືອນ ກັນຍາ 2023 ຕາມລໍາດັບ. ສປປ ລາວ ເປັນປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ (2021-2024).

error: Content is protected !!