ພິທີລ້ຽງສົ່ງໃຫ້ແກ່ນັກສຶກສາລາວ ທີ່ກໍາລັງກຽມຕົວຈະເດີນທາງໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາຂອງກະຊວງສຶກສາທິການຍີ່ປຸ່ນ ຫຼື MEXT ໄດ້ຖືກຈັດຂຶ້ນໃນວັນທີ 16 ມີນາ 2023 ຢູ່ເຮືອນພັກຂອງເອກອັກຄະຣາຊະທູດຍີ່ປຸ່ນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນ ຕະຫຼອດຮອດພະນັກງານຈາກພາກສ່ວນກ່ຽວຂ້ອງ ແລະ ອາດີດນັກສຶກສາລາວທີ່ກັບມາຈາກຍີ່ປຸ່ນ ເຂົ້າຮ່ວມ.


ໂອກາດນີ້ ທ່ານ ໂຄບະຢະ ເຄັນອິຈິ ກ່າວວ່າ:ໃນໄລຍະ 30 ປີ ຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ຮັບເອົານັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຈໍານວນຫຼາຍກວ່າ 1.000 ຄົນ ພາຍໃຕ້ຫຼາກຫຼາຍໂຄງການທຶນການສຶກສາ ບັນດານັກສຶກສາຊຸດໃໝ່ນີ້ ຈໍານວນ 25 ຄົນ ໄດ້ຜ່ານການສອບເສັງຄັດເລືອກອັນເຂັ້ມຂຸ້ນໂດຍສະຖານທູດຍີ່ປຸ່ນ ແລະ MEXT ຫວັງວ່າທຸກຄົນຈະສາມາດເຂົ້າຮຽນ ໃນຫຼັກສູດຕາມຄາດໝາຍຂອງຕົນ ເປັນຕົ້ນລະດັບປະລິນຍາໂທ ປະລິນຍາຕີ ຫຼັກສູດຊັ້ນສູງເຕັກໂນໂລຊີ ແລະ ຫຼັກສູດຊັ້ນສູງທົ່ວໄປ.

ທ່ານເອກອັກຄະລາຊະທູດຍີ່ປຸ່ນ ຍັງຫວັງໃຫ້ບັນດານັກສຶກສາໄດ້ໄປຢ້ຽມຢາມສະຖານທີ່ຕ່າງໆ ຂອງປະ ເທດຍີ່ປຸ່ນ ແລະ ພົບປະແລກປ່ຽນກັບຄົນຍີ່ປຸ່ນ ພ້ອມແນະນໍາສະຖານທີ່ທໍາມະຊາດທີ່ສວຍງາມ ແລະ ວັດ ທະນາທໍາທີ່ອຸດົມສົມບູນຂອງປະເທດລາວ ທ່ານທູດຍັງຝາກຝັ່ງໃຫ້ນັກສຶກສາທຸກຄົນ ສືບສານບົດບາດການເປັນຂົວຕໍ່ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນເວລາທີ່ສໍາເລັດການສຶກສາກັບມາ.

ພາຍຫຼັງການກ່າວຂອງທ່ານທູດ ທ່ານນາງ ລັດດາວອນ ວິໄລສຸກ ເຊິ່ງໄດ້ຮັບທຶນການສຶກສາລະດັບປ ະລິນຍາໂທ ແລະ ທ່ານ ສີວະນົນ ບົວລະພັນ ເຊິ່ງໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ກໍໄດ້ຕາງໜ້າໃຫ້ນັກສຶກສາລາວ ທີ່ຈະເດີນທາງໄປຍີ່ປຸ່ນ ຂຶ້ນກ່າວ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄວາມເອື້ອເຟື້ອ ຂອງລັດຖະບານຍີ່ປຸ່ນ ທີ່ໄດ້ສະໜອງທຶນການສຶກສາຄັ້ງນີ້ ພ້ອມທັງປະຕິຍານຕົນວ່າຈະຕັ້ງໃຈ ແລະ ສຸມທຸກເຫື່ອແຮງ ສະຕິປັນຍາຂອງຕົນ ເຂົ້າໃສ່ການສຶກສາຄົ້ນຄວ້າທີ່ປະເທດຍີ່ປຸ່ນ.
