ເຊີນທ່ຽວຊົມງານວາງສະແດງສິນຄ້າອີຕາລີ-ລາວ ເອັກສໂປ 2023 

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ Prometeo ຈາກປະເທດອີຕາລີ ຈັດງານວາງສະແດງສິນຄ້າອີຕາລີ-ລາວ ເອັກສ໌ໂປ 2003 ລະຫວ່າງວັນທີ 16-18 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ ມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ Oliviero Rusconi ຫົວໜ້າກົງສູນກິດຕິມະສັກ ປະເທດ ອີຕາລີ ປະຈຳ ສປປ ລາວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

ງານວາງສະແດງສິນຄ້າອີຕາລີ-ລາວ ເອັກສ໌ໂປ 2023 ຄັ້ງນີ້ ມີຫ້ອງວາງສະແດງທັງໝົດ 84 ຫ້ອງ ໃນນັ້ນ ຫ້ອງວາງສະແດງຂອງອີຕາລີ 74 ຫ້ອງ ມີ 54 ບໍລິສັດຈາກອີຕາລີ ໂດຍມີສິນຄ້າຫຼາຍຂະ ແໜງການເຊັ່ນ ເຟີນີເຈີ ເຕັກໂນໂລຊີທີ່ນໍາໃຊ້ໃນຂະບວນການຜະລິດເຟີນີເຈີໄມ້ຕົບແຕ່ງເຮືອນ ແຜ່ນແພ ອາຫານ ເຊລາມິກ ວາຍ ຜະລິດຕະພັນແກ້ວ ເຄື່ອງຈັກ ອຸປະກອນປຸງແຕ່ງອາຫານ ອຸປະກອນຜະລິດກະສິກໍາ ພະລັງງານ ຫີນທໍາມະຊາດ ອຸປະກອນນໍາໃຊ້ໃນອຸດສາຫະກໍາ ແລະ ອື່ນໆ ພ້ອມດຽວກັນນັ້ນຍັງມີຕາງໜ້ຈາກາບໍລິສັດລາວເຂົ້າ 9 ຫົວໜ່ວຍປະກອບມີ ຊາ ກາເຟ ສິນຄ້າຫັດຖະກໍາ ເຟີນີເຈີ ແລະ ຂອງ ຕົບແຕ່ງເຮືອນ ເພື່ອສຶກສາຄວາມເປັນໄປໄດ້ໃນການເຂົ້າເຖິງຕະຫຼາດ ແລະ ຮ່ວມມືກັບພາກທຸລະກິດຂອງປະເທດຢູໂຣບ. 

ນອກຈາກນີ້ພາຍໃນງານຍັງມີກິດຈະກໍາສໍາມະນາ ແລະ ພົບປະທຸລະກິດອີຕາລີ ໃນຫົວຂໍ້ “ການແລກປ່ຽນປະສົບການຈາກບໍລິສັດອິຕາລີໃນການພັດທະນາກະສິກໍາອິຕາລີ” ເຊິ່ງຈະຈັດຂຶ້ນໃນຕອນບ່າຍ ວັນທີ 17 ມີນາ 2023 ເພື່ອເປັນເວທີໃນການພົບປະ ແລກປ່ຽນ ແລະ ຊອກຫາຄູ່ຄ້າທີ່ຍືນຍົງເພື່ອເປັນການເສີມຂະຫຍາຍສາຍພົວພັນທາງດ້ານການຄ້າຂອງທັງສອງປະເທດນັບມື້ຂະຫຍາຍຕົວ.

error: Content is protected !!