ສູນສົ່ງເສີມການສຶກສາຮຽນຮ່ວມເອົາໃຈໃສ່ພັດທະນາທັກສະພາສາມືໃຫ້ກັບຄູ-ອາຈານ

    ລະຫວ່າງວັນທີ 13-17 ມີນາ 2023 ສູນສົ່ງເສີມການສຶກສາຮຽນຮ່ວມໄດ້ ຈັດກອງປະຊຸມພັດທະນາພາສາມືລາວ ທີ່ເມືອງ ແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ຫຸມພັນ ແກ້ວອຸ່ນຄຳຮັກສາການຜູ້ອຳນວຍການສູນ ແລະ ມີຄະນະອຳນວຍການໂຮງຮຽນ ຊຽວຊານ ແລະ ວິຊາການ ຄູ ຈາກ ໂຮງຮຽນສຶກສາຄົນພິການ ນະຄອນຫຼວງ ແລະ ຫຼວງພະບາງ ສະມາຄົມຄົນຫູໜວກ ແລະ ສູນແຫ່ງຄວາມຫວັງເຂົ້າຮ່ວມຢ່າງພ້ອມພຽງ.

    ປັດຈຸບັນນີ້ ພວກເຮົາມີຄຳສັບພາສາມືລວມ ທັງໝົດ 2.000 ກວ່າຄຳສັບ ແລະ ເຫັນວ່າຍັງບໍ່ທັນພຽງພໍຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງຄູ ໃນການຈັດຕັ້ງປະຕະບັດຫຼັກສູດການຮຽນ-ການສອນ ສຳລັບຄົນພິການຫູ ພວກເຮົາເຫັນວ່າມີຫຼາຍກິດຈະກຳຈະຕ້ອງເຮັດ.

    ທ່ານ ຫຸມພັນ ແກ້ວອຸ່ນຄຳ ໄດ້ກ່າວເນັ້ນວ່າ: ການຈັດອົບຮົມຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍ ນອກຈາກເປັນການຖອດຖອນບົດຮຽນ ໃນການສິດສອນຕົວຈິງ ໄດ້ຮັບການເອົາໃຈໃສ່ພັດທະນາ ຢ່າງຕໍ່ ເນື່ອງ ແລະ ມີປະສິດທິຜົນສູງ.

error: Content is protected !!