ຂະແໜງສາທາລະນະສຸກ ເລັ່ງຈັດຕັ້ງປະຕິບັດເປົ້າໝາຍ 11 ຕົວຊີ້ບອກໃຫ້ສຳເລັດ

ໃນ 1 ປີຜ່ານມາ ການເຄື່ອນໄຫວວຽກງານຂອງຂະແໜງສາທາລະນະສຸກ ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະແມ່ນການຈັດ ປະຕິບັດເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ ບັນດາແຜນວຽກຂອງງານສາທາລະນະສຸກ ບັນດາໂຄງການຕ່າງໆ ຂະນະທີ່ຍັງມີສິ່ງທ້າທາຍຫຼາຍດ້ານທີ່ເປັນສິ່ງກີດຂວາງໃນການເຄື່ອນໄຫວວຽກງານດັ່ງກ່າວ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ແຜນພັດ ທະນາສາທາລະນະສຸກ ປະຈຳປີ 2023 ຈັດຂຶ້ນວັນທີ 16-17 ມີນາ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ເປັນປະທານຂອງ ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ມີຮອງລັດຖະມົນຕີ ຫົວໜ້າຫ້ອງການ ກົມສະຖາບັນ ໂຮງຮຽນ ສູນ ພະແນກສາທາ ລະນະສຸກແຂວງ ອໍານວຍການໂຮງໝໍແຂວງ ແລະ ຕ່າງໜ້າຄູ່ຮ່ວມພັດທະນາທັງພາຍໃນ ແລະ ສາກົນເຂົ້າຮ່ວມ. 

ທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ກ່າວວ່າ: ໃນໄລຍະ 1 ປີ ຜ່ານມາ ເຫັນໄດ້ວ່າຂະແໜງສາທາລະນະສຸກຂອງພວກເຮົາມີຜົນສຳເລັດຫຼາຍດ້ານ ເວົ້າລວມ ເວົ້າສະເພາະ ອັນພົ້ນເດັ່ນເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ ການຈັດຕັ້ງປະຕິບັດວຽກງານສະເພາະຂອງ 8 ແຜນງານສາທາລະນະສຸກ ບັນດາໂຄງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນມີຄວາມຄືບໜ້າທີ່ດີ ແຕ່ກໍຍັງມີຫຼາຍບັນຫາສິ່ງທ້າທາຍ ເຮັດໃຫ້ການປະຕິບັດບາງກິດຈະກຳບໍ່ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້. 

ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ແຜນພັດທະ ນາສາທາລະນະສຸກ ປະຈຳປີ 2023 ການຈັດຕັ້ງປະຕິບັດວຽກງານການເງິນ ການຈັດສັນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ສະຫຼຸບການຈັດຕັ້ງປະຕິບັດວຽກງານການຫັນໂຮງໝໍກຸ້ມຕົນເອງ ສະຫຼຸບລາຍງານການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບ ແລະ ທິດທາງເພື່ອບັນລຸສຸຂະພາບທົ່ວປວງຊົນ ສະຫຼຸບວຽກງານການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ປີ 2022 ແລະ ແຜນການໃນຕໍ່ໜ້າປີ 2023 ທິດທາງການເຊື່ອມສານໃນຂັ້ນທ້ອງຖິ່ນ ໃນວຽກງານຮັກສາສຸຂະພາບຂັ້ນຕົ້ນ ທີ່ເປັນຂໍກຸນແຈຫຼັກໃນການເຂົ້າເຖິງວຽກງານ UHC ແຜນການພັດທະນາຫຼັກສູດການຮຽນ-ການສອນ ຍຸດທະສາດການນຳໃຊ້ດິຈິຕອນ ສາທາ ລະນະສຸກ 2023-2027 (Digital Health Strategy 2023-2027).

error: Content is protected !!