ກະຊວງການເງິນຕາງໜ້າໂດຍ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ສະຖາບັນການເງິນ-ການບັນຊີ ແລະ ສະຖາ ບັນການປະກັນໄພໄທ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານວິຊາການ ເພື່ອສົ່ງເສີມ ແລະ ພັດທະນາບຸກຄະລາກອນດ້ານການປະກັນໄພ.

ຈຸດປະສົງເພື່ອແນໃສ່ສ້າງຄວາມຮູ້ ແລະ ເຮັດໃຫ້ທຸລະກິດປະກັນໄພມີຄວາມຍືນຍົງໃນອະນາຄົດ ສຳລັບການເຝິກອົບຮົມ ພາຍໃຕ້ການຮ່ວມມືນີ້ປະກອບມີ 3 ຫຼັກສູດຄື: ການເຝິກອົບຮົມໃຫ້ແກ່ຄູເຝິກ (ພະນັກງານລັດຖະກອນ ກະຊວງການເງິນ ) ການເຝິກອົບຮົມໃຫ້ແກ່ຕົວແທນ-ນາຍໜ້າປະກັນໄພ ແລະ ການເຝິກອົບຮົມໃຫ້ແກ່ພະນັກງານຂອງບໍລິສັດປະກັນໄພ ນັກສຶກສາ ແລະ ຜູ້ສົນໃຈທົ່ວໄປຂອງສປປ ລາວ.
ພ້ອມນັ້ນຍັງເປັນການສ້າງສ້າງຄວາມຮູ້ທາງດ້ານການປະກັນໄພໃຫ້ແກ່ບຸຄະລາກອນທີ່ເຮັດວຽກໃນທຸລະກິດປະກັນໄພ (ປະກັນຊີວິດ ແລະ ປະກັນໄພທົ່ວໄປ) ລວມທັງ ໃຫ້ ການຮ່ວມມືໃນການສົ່ງເສີມສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບພື້ນ ຖານດ້ານການປະກັນໄພໃຫ້ແກ່ບຸກຄະລາກອນຂອງພາກລັດ ພາກເອກະຊົນ ປະຊາຊົນທົ່ວໄປຂອງສປປ ລາວ ທັງສ້າງ ຄວາມເຂົ້າໃຈ ສະໜັບສະໜູນກິດຈະກໍາຕ່າງໆທາງດ້ານການສຶກສາເພື່ອໃຫ້ຄວາມຮູ້ກ່ຽວກັບການປະກັນໄພໃຫ້ຫຼາຍຂຶ້ນ.
ການເຊັນບົດບັນທຶກຮ່ວມມືໃນຄັ້ງນີ້ ສະຖາບັນປະກັນໄພໄທຈະໃຫ້ການຮ່ວມມືທາງດ້ານວິຊາການໃນການໃຫ້ຄໍາປຶກສາ ຄໍາແນະນໍາໃນການສ້າງຫຼັກສູດເຝິກອົບຮົມ ໃຫ້ການສະໜັບສະໜູນທາງດ້ານວິຊາການອື່ນໆໂດຍການສົ່ງພະນັກງານ ຫຼື ວິທະຍາກອນມາຮ່ວມເປັນຄະນະເຮັດວຽກກັບກະຊວງການເງິນ ແລະ ຈະໃຫ້ການຮ່ວມມືໃນການພັດທະນາຄວາມຮູ້ດ້ານ ການປະກັນ ໄພໃຫ້ກັບໜ່ວຍງານພາກລັດສະຖາບັນການສຶກສາ ຫຼື ໜ່ວຍງານ ອື່ນໆທີ່ມີຄວາມສົນໃຈໃນວຽກງານປະກັນ ໄພ.

ພິທີລົງນາມບົດບັນທຶກດັ່ງກ່າວມີຂຶ້ນໃນອາທິດຜ່ານມາ ທີ່ສະຖາບັນການເງິນ-ການບັນຊີ ເປັນການລົງນາມລະຫວ່າງ ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ແລະ ທ່ານ ນາງ ອຸໄທວັນ ຊຸມຕັນຕິ ຜູ້ອໍາ ນວຍການສະຖາບັນປະກັນໄພໄທ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.