ລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ວຽກ ຂະແໜງພາສີ-ການຫັນເປັນດີຈິຕອນ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ລົງເຄື່ອນໄຫວຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະ ຂອງຂະແໜງພາສີ ແລະ ການຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນ ພ້ອມທັງໃຫ້ທິດຊີ້ນໍາພະນັກ ງານຫຼັກແຫຼ່ງຂະແໜງພາສີ.

ການ​ລົງ​ຊຸກ​ຍູ້​ຄັ້ງ​ນີ້​ແນ​ໃສ່​ໃຫ້​ຂະ​ແໜງ​ດັ່ງ​ກ່າວເອົາໃຈໃສ່ຕື່ມຕໍ່ວຽກງານວິຊາສະເພາະ ໃຫ້ຖືກຕ້ອງຕາມພາລະບົດບາດ ຮັບປະ ກັນວຽກງານເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍ ພ້ອມນັ້ນ ກໍຕ້ອງສ້າງກົນໄກໃນການເຮັດວຽກ ການປະສານງານລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຫັນເປັນທັນສະໄໝໃຫ້ສະດວກຂຶ້ນກວ່າເກົ່າ ສືບຕໍ່ປັບປຸງ ໜ້າວຽກຕ່າງໆ ແກ້ໄຂບັນດາບັນຫາ ຂໍ້ຄົງ ຄ້າງ ແລະ ບັນຫາອື່ນໆ.

ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ ໄດ້ລາຍງານໂດຍສັງເຂບ ກ່ຽວກັບສະພາບການຈັດຕັ້ງປະຕິ ບັດວຽກງານຂອງຂະແໜງພາສີ ໂດຍສະເພາະການ ຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານ ປີ 2022 ພົບ ຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາໄພເງິນເຟີ້ ບັນຫາລາຄາສິນຄ້າສູງ ໄພທໍາມະຊາດ ແລະ ບັນຫາອື່ນໆໄດ້ສົ່ງຜົນກະທົບໂດຍ ກົງໃສ່ຜູ້ປະກອບການ ເປັນຕົ້ນ ການລົງທຶນ ການນໍາເຂົ້າ ການສົ່ງອອກ ແລະ ການຜ່ານແດນ ນອກນັ້ນ ບັນຫາການລັກລອບ ສິນຄ້າໜີພາສີ ທັງພາຍໃນດ່ານ ແລະ ນອກດ່ານ ຍັງມີແຜ່ຫຼາຍ.

ສຳລັບ ໂຄງປະກອບການຈັດຕັ້ງລັດຖະການພາສີ ໃນຂອບເຂດທົ່ວປະເທດ ປະກອບມີ: ສອງຂັ້ນຄຸ້ມຄອງ ໃນນັ້ນ ຂັ້ນສູນກາງ ປະກອບມີ 9 ພະແນກ ແລະ 14 ຈຸດປະສານງານພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສ ປ) ທີ່ປະຈໍາການຢູ່ທ້ອງຖິ່ນ ສ່ວນຂັ້ນທ້ອງຖິ່ນ ປະກອບມີ 17 ຫ້ອງການພາສີປະຈຳແຂວງ ນະຄອນຫຼວງວຽງຈັນ ມີ 28 ດ່ານ ພາສີສາກົນ 5 ຫ້ອງການພາສີປະຈໍາລະບົບສາງ 30 ດ່ານພາສີທ້ອງຖິ່ນ ແລະ 27 ດ່ານພາສີປະ ເພນີ ພະນັກງານ-ລັດຖະ ກອນ ພາສີ ໃນຂອບເຂດທົ່ວປະເທດ ມີທັງໝົດ 829 ຄົນ ຍິງ 174 ຄົນ ໃນນັ້ນ ຂັ້ນສູນກາງມີ 102 ຄົນ ຍິງ 27 ຄົນ ແລະ ຂັ້ນທ້ອງຖິ່ນ 727 ຄົນ ຍິງ 147 ຄົນ.

ໂອກາດດັ່ງ​ກ່າວ ທ່ານລັດຖະມົນຕີກະຊວງການເງິນ ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມ ຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດວຽກ ງານຂອງ ສູນບັນຊາການຄຸ້ມຄອງວຽກງານພາສີທັນສະໄໝ ເຊິ່ງແມ່ນໜຶ່ງໃນວຽກງານຫັນເປັນທັນສະໄໝ ກ້າວໄປສູ່ດີຈິ ຕອນ ຂອງຂະແໜງພາສີ ທີ່ສາມາດເຂົ້າເຖິງໄດ້ທຸກລະບົບທີ່ຕິດຕັ້ງໃນກົມພາສີ ສາມາດກວດສອບ ກວດກາແບບ Real time ແລະ ສາ ມາດຊ່ວຍເຈົ້າໜ້າທີ່ພາສີ ໃນການປະຕິບັດວຽກງານຕົວຈິງ ນອກຈາກນີ້ ສູນບັນຊາການດັ່ງກ່າວ ຍັງສາມາດ ນໍາໃຊ້ເຂົ້າໃນວຽກງານກວດກາ ເປັນສູນທີ່ເຝົ້າລະວັງຊ່ວຍເຈົ້າໜ້າທີ່ພາສີ ແລະ ເປັນເຄື່ອງມືສຳຄັນໃນການກວດກາ ທີ່ຈະ ມາປ່ຽນແທນການຫຼຸດລົງ ຂອງຈຳນວນເຈົ້າໜ້າທີ່ພາສີປະຈຳ ການ ອີກດ້ວຍ.

ສຳລັບການຈັດຕັ້ງປະຕິບັດວຽກງານ ຫັນເປັນທັນສະໄໝກ້າວໄປສູ່ດີຈິຕອນ ຂອງຂະແໜງ ພາສີ ເປັນວຽກບຸລິມະສິດໃນ ການສ້າງຄວາມເຂັ້ມແຂງ ໃຫ້ວຽກງານກ້າວທັນກັບສາກົນ ແລະຮັບ ປະກັນການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ ທັນສະໄໝ ສາມາດຕິດຕາມກວດກາໄດ້ທັນສະພາບການແບບລວມສູນໃນຂອບເຂດທົ່ວປະເທດ.

ການ​ລົງ​ຊຸກ​ຍູ້​ຄັ້ງ​ດັ່ງ​ກ່າວ​ມີ​ຂຶ້ນໃນວັນທີ 1 ມີນາ 2023 ຜ່ານ​ມາ.

error: Content is protected !!