ແຂວງອັດຕະປື ຈັດຊຸດເຝິກອົບຮົມໃຫ້ແກ່ກໍາມະກອນທີ່ເຮັດວຽກງານຢູ່ໂຮງງານເຟີນີເຈີ ຂະໜາດນ້ອຍ 5 ຕົວເມືອງ ພາຍໃຕ້ຫົວຂໍ້: ການຄຸ້ມຄອງໄມ້ເສດ ແລະ ຜະລິດຕະພັນຈາກໄມ້ເສດ ແນໃສ່ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນທີ່ ເຮັດດ້ວຍໄມ້ເສດ ໃຫ້ເປັນລັກສະນະເຄື່ອງຫັດຖະກຳສຳເລັດຮູບໃຊ້ໃນຄົວເຮືອນຕ່າງໆ.


ທ່ານ ຄໍາພຽນ ແກ້ວລັງສີ ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ໄດ້ໃຫ້ສໍາພາດຕໍໍ່ສື່ມວນຊົນແຂວງວ່າ: ຊຸດອົບ ຮົມການຄຸ້ມຄອງໄມ້ເສດ ໃຫ້ບັນດາກໍາມະກອນທີ່ເຮັດວຽກງານຢູ່ໂຮງງານເຟີນີເຈີຂະໜາດນ້ອຍ ທົ່ວແຂວງອັດ ຕະປື ເທື່ອນີ້ ບັນດາສຳມະນາກອນ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ: ຮຽນຮູ້ພື້ນຖານກ່ຽວກັບການຕໍ່ໄມ້ ເສດ ການໜູນໃຊ້ໄມ້ເສດ ແລະ ໄມ້ເຫຼືອ ວິທີການລົງສີໃສ່ຜະລິດຕະພັນໄມ້ສະເດັດຮູບ ແລະ ດັດສ້ອມ ເຊິ່ງບົດຮຽນໃນຄັ້ງນີ້ ສຳມະນາກອນສາມາດຜັນຂະຫຍາຍໂຄງການຈັດຕັ້ງການຝືກອົບຮົມແລ້ວໃນເມືອຜະລິດຕະພັນສຳເລັດສາມາດນໍາໃຊ້ໄມ້ເສດ ສົ້ນໄມ້ ໄມ້ນ້ອຍ ເຫຼືອຈາກການຜະລິດນັ້ນເຂົ້າເປັນສີ່ງທີ່ຊື້-ຂາຍໄດ້ ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນທີ່ເຮັດດ້ວຍໄມ້ ເສດ ໃຫ້ເປັນລັກສະນະເຄື່ອງຫັດຖະກຳສຳເລັດຮູບໃຊ້ໃນຄົວເຮືອນຕ່າງໆ.
ທ້າວ ຊາຍ ຕົວແທນຈາກໂຮງຮຽນ ເຕັກນິກ ວິຊາຊີບ ເວດສະພົງ ນະຄອນຫລວງວຽງຈັນ ນາງ ບົວໄຂ ຕົວແທນໂຮຽງານ ເຟີນີເຈີ ເມືອງພູວົງ ໄດ້ມີຄວາມຮູ້ສືກວ່າ: ມີຄວາມພູມໃຈ ດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມຝືກອົບຮົມເພື່ອຖ່າຍທອດຄວາມ ຮູ້ຄວາມສາມາດໃຫ້ສໍາມະນາກອນ ເພື່ອແນະນໍາການໃຊ້ໄມ້ເສດ ເຮັດໃຫ້ເກີດປະໂຫຍດຫຼາຍຢ່າງ ເພື່ອເພີ່ມຄຸນຄ່າ ຂອງໄມ້ເສດມີລາຄາສູງຂຶ້ນ.

ຊຸດເຝິກອົບຮົມດັ່ງກ່າວຈັດຂຶ້ນ ໃນລະຫວ່າງວັນທີ 27-28 ກຸມພາ ທີ່ຜ່ານມານີ້ ຊຸດອົບຮົມໄດ້ຈັດຂຶ້ນທີ່ໂຮງຊ່າງໄມ້ຫັດຖະກຳ ເປດ ເມືອງພູວົງ ຈັດໂດຍໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ຄໍາໄພ ຄໍາພິລາວົງ ຫົວໜ້າຂະແໜງອຸດສະຫະກຳ-ຫັດຖະກຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີ ທ່ານ ຄໍາພຽນ ແກ້ວລັງສີ ອຳນວຍ ການໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ມີຄູຝືກຈາກໂຮງຮຽນເຕັກນິກ ວິຊາຊີບ ເວດສະພົງພ້ອມ ດ້ວຍສຳມະກອນທີ່ມາຈາກໂຮງງານເຟີນີເຈີຂະໜາດນ້ອຍ ທົ່ວແຂວງ ຈຳນວນ 25 ຄົນແລະຕາງໜ້າໂຄງການ EFl ເຂົ້າຮ່ວມ.