ສະຫວັນນະເຂດ ຈັດຄາລະວານລົດຖີບ ສົ່ງເສີມການທ່ອງທ່ຽວລາວ-ໄທ

    ແຂວງສະຫວັນນະເຂດ ຮ່ວມກັບແຂວງມຸກດາຫານ ຣາຊະອານາຈັກໄທ ຈັດງານຄາຣາວານລົດຖີບມິດຕະພາບ 2 ລໍ້ 2 ແຜ່ນດິນລາວ-ໄທ ເພື່ອຊຸກຍູ້ສົ່ງເສີມການ ທ່ອງທ່ຽວສອງປະເທດ ຂຶ້ນວັນທີ 26 ກຸມພາຜ່ານມາ ທີ່ດ່ານຂົວມິດຕະພາບແຫ່ງທີ II ສະຫວັນນະເຂດ-ມຸກດາຫານ ໂດຍມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ວໍລະຍານ ບຸນນະລາດ ຜູ້ວ່າຣາຊະການແຂວງ ມຸກດາຫານ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສຸນໃຫຍ່ແຫ່ງ ຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ ພ້ອມດ້ວຍບັນດາການຂັ້ນແຂວງ ນັກຖີບລົດຈາກແຂວງສະຫວັນນະເຂດ ແລະ ຣາຊະອານາຈັກໄທເຂົ້າຮ່ວມ.

     ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງ ຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອແນໃສ່ການຟື້ນຟູສົ່ງເສີມການທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດຮ່ວມກັນລະຫວ່າງສອງປະເທດ ລາວ-ໄທ ເປັນ ການຜັນຂະຫຍາຍຈາກເນື້ອໃນ ບົດບັນທຶກກອງປະຊຸມດ້ານການຄ້າ-ການລົງທຶນ ການທ່ອງທ່ຽວ-ແຮງງານ ແລະ ປະຊາສຳພັນ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ໂດຍງານຄັ້ງນີ້ມີນັກ ຖີບລົດເຂົ້າຮ່ວມ 310 ຄັນ ໃນນີ້ ຈາກແຂວງສະຫວັນນະເຂດ 50 ຄັນ ແລະ ຈາກ 18 ແຂວງຂອງປະເທດໄທ 260 ຄັນ.

     ທ່ານ ນາງ ຫຼິງທອງ ແສງຕາວັນ ກໍໄດ້ກ່າວ ສະແດງຄວາມຕ້ອນຮັບຂະບວນ ຄາຣາວານລົດຖີບຈາກຣາຊະອານາຈັກໄທ ພ້ອມທັງເຊີນຊວນບັນດາທ່ານທີ່ເຂົ້າມາຮ່ວມໃນ ຄາຣາວານຄັ້ງນີ້ທ່ຽວຊົມບັນດາແຫຼ່ງທ່ອງທ່ຽວ ແລະ ມ່ວນຊື່ນ ກັບການທ່ອງທ່ຽວ ພ້ອມຊີມອາຫານທີ່ເປັນເອກະລັກຂອງຊາວແຂວງສະຫວັນນະເຂດ ແລະ ໄດ້ກ່າວເປີດຂະບວນຄາຣາວານລົດຖີບມິດຕະພາບ 2 ລໍ້ 2 ແຜ່ນດິນ ຢ່າງເປັນຂະບວນຟົດຟື້ນ.

   ກິດຈະກຳໄດ້ເລີ່ມຕົ້ນ ຈາກຂົວມິດຕະພາບ II ແຂວງສະຫວັນນະເຂດ ໄປຕາມເສັ້ນທາງ ເລກ 9 ແວ່ເຂົ້ານະມັດສະການ ພະທາດອີງຮັງ ແລ້ວກັບເຂົ້າມາແວ່ພັກຜ່ອນດື່ມນ້ຳຢູ່ທີ່ກົງສຸນ ໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ຈາກນັ້ນ ຂະບວນຄາຣາວານລົດຖີບໄດ້ຂີ່ລົດຖີບທ່ຽວຊົມຕົວເມືອງເກົ່າ ແວ່ພັກຜ່ອນຢ້ຽມຊົມ ແລະ ຖ່າຍຮູບຢູ່ລານພະຍານາກແຄມຂອງ ແລ້ວພ້ອມກັນໄປຈຸດຕ້ອນຮັບຢູ່ລາວຈະເລີນສະແຄເຂດຕົວເມືອງເກົ່າ ຊົມສິລະປະ ວັນນະຄະດີ ບົດຟ້ອນທີ່ເປັນເອກະລັກສຽງເພງທີ່ມີຄວາມໝາຍ ແລະ ມອບຂອງທີ່ລະນຶກເຊິ່ງກັນແລະ ກັນ ເປັນການຈົບພິທີ.

error: Content is protected !!