ດ່ານພາສີ ສາກົນລະໄລ ເກັບລາຍຮັບໄດ້ ລື່ນແຜນ 24,99%

ແຫຼ່ງຂ່າວ ຈາກແຂວງສາລະວັນ ລາຍງານໃຫ້ຮູ້ວ່າ: ປີ 2022 ດ່ານພາສີ ສາກົນລະໄລ ແຂວງສາລະວັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 47 ຕື້ກວ່າກີບ  ລື່ນແຜນການ 24,99% ຂອງແຜນການປີ ທຽບໃສ່ໄລຍະດຽວຜ່ານມາເພີ່ມຂຶ້ນ 71,60% ຫຼື ປະມານ 27 ຕື້ກວ່າກີບ ລື່ນແຜນການທີ່ວາງໄວ້ 24,99%.

ສຳລັບກການຈັດເກັບລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າ ປະເພດນໍ້າມັນເຊື້ອໄຟ ຄ່າເຄື່ອງອຸປະໂພກ-ບໍລິໂພກ ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ  ທັງນີ້ກໍຍ້ອນຄວາມສູ້ຊົນພະຍາຍາມ ເອົາໃຈໃສ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆເຂົ້າງົບປະທານແຫ່ງລັດ ຕາມກົດໝາຍ ລະບຽບການ ມີຄວາມສອດຄ່ອງ ຄົບຖ້ວນ ແລະ ທັນເວລາ.

ທ່ານ ສຸລັດ ອິນທະວົງ ຫົວໜ້າພາສີ ປະຈຳດ່ານສາກົນລະໄລ ກ່າວວ່າ: ຍ້ອນມີການຫັນປ່ຽນແບບແຜນການນຳພາ ວິທີເຮັດວຽກຢ່າງຮັດກຸມ ແລະ ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ດ້ວຍການເຮັດໜ້າທີ່ໂຄສະນາເຜີຍ ແຜ່ລະບຽບຫລັກການ ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆ ຢ່າງເຂັ້ມງວດ ສ້າງກົນໄກການບໍລິການ ອຳນວຍຄວາມສະດວກດ້ານພາສີ ແລະ ການຄ້າໃຫ້ແກ່ຜູ້ປະກອບການ ຜູ້ໃຊ້ບໍລິການໄດ້ຢ່າງສະດວກ ວ່ອງໄວ ຖືກຕ້ອງ ທັງໄດ້ເຂັ້ມງວດໃນການປະຕິບັດຕາມຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະ ວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ບັນຍາກາດການຂົນສົ່ງສິນຄ້າ ຜ່ານດ່ານສາກົນລະໄລ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆ.

ຢ່າງໃດກໍຕາມເຖິງວ່າຈະໄດ້ຮັບຜົນສຳເລັດຫຼາຍດ້ານ ແຕ່ຍັງພົບສິ່ງທ້າທາຍຕ່າງໆອີກ ເປັນຕົ້ນ ບັນຫາໄພທຳມະຊາດ ໄລຍະຝົນຕົກ 8 ເດືອນ ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ພົບຄວາມຫຍຸ້ງຍາກ ອຸປະກອນເຕັກນິກ ເຄື່ອງມືຮັບໃຊ້ ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການວຽກງານໄລຍະໃໝ່ ເຊັ່ນ: ສາງເກັບເຄື່ອງ ເຄື່ອງສະແກນ ຊິງຊັ່ງນ້ຳໜັກ ທີ່ມີຄວາມຈຳເປັນກັບການບໍລິການ ສຳລັບປີ 2023 ດ່ານພາສີສາກົນລະໄລ ມີແຜນຈັດເກັບລາຍຮັບແມ່ນໃຫ້ບັນລຸ 57 ຕື້ກີບຂຶ້ນໄປ.

error: Content is protected !!