ສົກຮຽນນີ້ມີນັກຮຽນເກ່ງເຂົ້າຮ່ວມສອບເສັງຄັດເລືອກເປັນຕົວແທນນັກຮຽນເກ່ງ ນວ ຈຳນວນ 527 ຄົນ

    ນະຄອນຫຼວງວຽງຈັນ ຈັດພິທີເປີດສອບເສັງນັກຮຽນເກ່ງຊັ້ນ ປ5 ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ເມື່ອບໍ່ດົນຜ່ານມາ ທີ່ໂຮງຮຽນມັດທະຍົມຕອນປາຍ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ເປັນປະທານຂອງ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມຫົວໜ້າຫ້ອງການສຶກສາທິການ ແລະ ກີລາ 9 ເມືອງ ປະທານສະມາຄົມໂຮງຮຽນພາກເອກະຊົນ ຫົວໜ້າ-ຮອງຫົວໜ້າຂະແໜງ ຄະນະຮັບຜິດຊອບການສອບເສັງ ແລະ ນັກສອບເສັງ ເຂົ້າຮ່ວມ.

    ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາ ນວ ໄດ້ແຈ້ງ ໃຫ້ຊາບວ່າ: ການຈັດສອບເສັງນັກຮຽນເກ່ງທົ່ວ ນວ ປະຈຳສົກຮຽນ 2022-2023 ຄັ້ງນີ້ ມີນັກສອບເສັງທັງໝົດ 527 ຄົນ ຍິງ 300 ຄົນ ຈັດເປັນ 26 ຫ້ອງສອບເສັງ ໃນນີ້ ປ5 ມີນັກຈຳນວນນັກຮຽນ 146 ຄົນ ຍິງ 101 ຄົນ ຈັດເປັນ 6 ຫ້ອງສອບເສັງ ປະກອບດ້ວຍ 3 ວິຊາ ຄື: ຄະນິດສາດ ພາສາລາວ ແລະ ໂລກອ້ອມຕົວ  ຂັ້ນ ມ4 ມີ 191 ຄົນ ຍິງ 142 ຄົນ ຈັດເປັນ 10 ຫ້ອງສອບເສັງ ປະກອບດ້ວຍ 4 ວິຊາ ຄື: ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ເຄມີສາດ ມ7 ມີ 190 ຄົນ ຍິງ 57 ຄົນ ຈັດເປັນ 10 ຫ້ອງສອບເສັງ ປະກອບດ້ວຍ 4 ວິຊາຄື: ຄືກັບຊັ້ນ ມ4 ສໍາລັບນັກຮຽນເກ່ງໃນແຕ່ຊັ້ນ ແມ່ນຈະໄດ້ເປັນຕົວແທນເຂົ້າຮ່ວມສອບເສັງລະດັບປະເທດໃນທ້າຍເດືອນມີນາ 2023 ວິຊາລະ 1 ຄົນ.

error: Content is protected !!