ດີວີວີ ມອບປື້ມບັນທຶກ ປະຕິທິນ-ຈົດໝາຍຂ່າວ ໃຫ້ກົມການສຶກສານອກໂຮງຮຽນ

      ຫ້ອງການ ດີວີວີ ອິນເຕີເນເຊິນແນວ ໄດ້ມອບປື້ມບັນທຶກ 1.300 ຊຸດ ປະຕິທິນ 1.000 ຊຸດ ແລະ ຈົດໝາຍຂ່າວ 300 ສະບັບ ໃຫ້ແກ່ກົມການສຶກສານອກໂຮງຮຽນ ກະຊວງສຶກສາທີການ ແລະ ກີລາ.

    ຈຸດປະສົງຂອງການມອບປຶ້ມແນໃສ່ເພື່ອສະບັບສະໜູນການຈັດຕັ້ງປະຕິບັດໂຄງການສ້າງແບບຍືນຍົງສຳລັບວຽກງານການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ.

    ພິທີດັ່ງກ່າວຈັດຂຶ້ນວັນທີ 27 ກຸມພາ 2023 ຢູ່ຫ້ອງການດັ່ງກ່າວ  ເຊິ່ງເຊັນມອບໂດຍທ່ານ Dr Johann Heilmann ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ຮັບໂດຍທ່ານນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ມີທ່ານ  ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ Annette Knobloch ເອກອັກຄະລັດທະທູດ ເຢຍລະມັນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ພາຍຫຼັງພິທີດັ່ງກ່າວສອງຝ່າຍຍັງໄດ້ລົງນາມຕື່ມອີກກ່ຽວກັບກິດຈະກຳທີ່ຈະດຳເນີນສົກປີ 2023 ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງການຮ່ວມມື ແລະ ການພັດທະນາເສດຖະກິດຂອງເຢຍລະມັນ ໃນນີ້ແມ່ນຈະສຸມໃສ່ໃນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງຂອງລະບົບການສຶກສານອກໂຮງຮຽນ ແລະ ການທົດລອງແນວທາງການສຶກສາຜູ້ໃຫຍ່ ເຊິ່ງເປັນປະໂຫຍດໂດຍສະເພາະແມ່ນໃນແມ່ຍິງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.

error: Content is protected !!