ຮອງປະທານ ສະພາແຫ່ງຊາດ ຕ້ອນຮັບເລຂາທິການໃຫຍ່ ສະພາຄຸຣານໃຫຍ່ ແຫ່ງມົງໂກລີ

    ວັນທີ 24 ກຸມພາ 2023 ທີ່ສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ (L.Ulziisaikhan) ເລຂາທິການ ໃຫຍ່ສະພາຄຸຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດທີ່ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23 ກຸມພາ ຫາ 1 ມີນາ 2023.

    ໂອກາດນີ້ ທ່ານ ນາງສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ເອີນຊີໄຊຄັງ ລົບຊັງດໍຣຈ ທີ່ມາຢ້ຽມຢາມ ສປປ ລາວ ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືມືທີ່ດີ ລະຫວ່າງປະຊາຊົນສອງຊາດ ລາວ-ມົງໂກລີ ກໍຄື ລະຫວ່າງສອງອົງການນິຕິບັນຍັດ ສປປ ລາວ ແລະ ມົງໂກລີ ໂດຍສະເພາະລະຫວ່າງ ຄະນະເລຂາທິການສະພາແຫ່ງ ຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ ສະແດງຄວາມຂອບໃຈຕໍ່ຈົດໝາຍເຊື້ອເຊີນ ທ່ານ ປະທານ ສະພາແຫ່ງຊາດລາວ ໄປຢ້ຽມຢາມມົງໂກລີ ຢ່າງເປັນທາງການ ຄາດວ່າຈະມີຂຶ້ນໃນເດືອນເດືອນພຶດສະພາ 2023 ນີ້ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຫ້ອງວ່າການ ກໍຄື ສະພາຄູຣານໃຫຍ່ ມົງໂກລີ ທີ່ໄດ້ຕົກລົງໃຫ້ ການຊ່ວຍເຫຼືອຜ້າພົມ ໃຫ້ແກ່ສະພາແຫ່ງຊາດລາວ ເພື່ອນໍາໃຊ້ໃນຫ້ອງຮັບແຂກກຽດຕິຍົດຂອງສະພາແຫ່ງຊາດ ສະແດງຄວາມຊົມເຊີຍຕໍ່ຜົນການພົບປະເຮັດວຽກ ລະຫວ່າງເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການ ສະພາຄູຣານໃຫຍ່ມົງໂກລີ ເຊິ່ງສອງຝ່າຍໄດ້ທົບທວນຕີລາຄາຄືນ ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ພ້ອມດຽວກັນນີ້ ສອງຝ່າຍຍັງໄດ້ເປັນເອກະພາບກັນທາງດ້ານເນື້ອໃນ ແລະ ລົງນາມຮ່ວມກັນ ໃນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາຄູຣານໃຫຍ່ມົງໂກລີ ເຊິ່ງເປັນເອກະສານ ທາງດ້ານນິຕິກໍາ ເພື່ອຊຸກຍູ້ ແລະ ສົ່ງເສີມການ ພົວພັນຮ່ວມມື ລະຫວ່າງ 2 ຫ້ອງວ່າການ ກໍຄື 2 ອົງການນິຕິບັນຍັດ ຂອງ 2 ປະເທດ ສປປ ລາວ ແລະ ມົງໂກລີ.

    ໂອກາດນີ້ ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ຈັດຕັ້ງປະ ຕິບັດບົດ ບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງ 2 ຫ້ອງວ່າການ ທີ່ໄດ້ເຊັນຮ່ວມກັນ ໃຫ້ມີປະສິດທິຜົນ ເປັນຕົ້ນ ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດຂອງອົງ ການນິຕິບັນຍັດ ຂໍ້ມູນຂ່າວສານ ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

error: Content is protected !!