ໂຄງການກໍ່ສ້າງເຂດພັດທະນາສີທັນດອນຈະຊ່ວຍພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດໃຫ້ດີຂຶ້ນ

    ໃນວັນທີ 22 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ທີ່ນອນຢູ່ໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ເມືອງໂຂງ ແຂວງຈຳປາສັກ ໂດຍມີບັນດາທ່ານລັດຖະມົນຕີເຈົ້າແຂວງຈຳປາສັກ ຮອງລັດຖະມົນຕີ ຮອງເຈົ້າແຂວງ ບໍລິສັດຜູ້ພັດທະນາໂຄງການ ຜູ້ຕາງໜ້າຈາກແຂວງໃກ້ຄຽງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໃນໂອກາດນີ້ ທ່ານ ລາຕີ ສີສຸພັນນະວົງ ຮອງປະທານສະພາ ຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ແມ່ນໜຶ່ງໃນບັນດາໂຄງການ ທີ່ນອນຢູ່ໃນແຜນການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຕັ້ງຢູ່ເຂດ A ຂອງໂຄງການ (ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງ ຈໍາປາສັກ) ໂດຍໄດ້ເຊັນສັນຍາກັບລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 30 ມິຖຸນາ 2018 ມີເນື້ອທີ່ສໍາປະທານທັງໝົດ 9.846 ເຮັກຕາ ແບ່ງອອກເປັນ 11 ເຂດ ແລະ 6 ໄລຍະການພັດທະນາ ຕຶກຕິບເຂົ້າ ແມ່ນນອນຢູ່ໃນໄລຍະທີ່ 1 ມີຈຳນວນ 2 ຕຶກ ແຕ່ລະຕຶກສູງ 62 ແມັດ ແລະ ມີ 13 ຊັ້ນ ມີເນື້ອທີ່ປຸກສ້າງທັງໝົດ 6,7 ເຮັກຕາ ມູນຄ່າການກໍ່ສ້າງ ປະມານ 200 ລ້ານໂດລາສະຫະລັດ ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ ເມື່ອສ້າງສຳເລັດຈະສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000 ຄົນ/ມື້ ສ່ວນການກໍ່ສ້າງ ໄລຍະທີ 2 ແມ່ນຕຶກແຄນຄູ່ ມີ 2 ຕຶກ ແຕ່ລະຕຶກສູງ 248.98 ແມັດ ແລະ ມີ 63 ຊັ້ນ ມູນຄ່າການກໍ່ສ້າງ ປະມານ 800 ລ້ານໂດລາສະຫະລັດ ເມື່ອການກໍ່ສ້າງສຳເລັດທັງ 2 ໄລຍະ ຈະເຮັດໃຫ້ເຂດດັ່ງກ່າວ ກາຍເປັນໃຈກາງທາງດ້ານໂຮງແຮມ ທຸລະກິດ ການຄ້າ ວັດທະນະທໍາ ຄວາມບັນເທີງ ແລະ ສັນຍາລັກ ຂອງເຂດສີ່ພັນດອນ ກໍ່ຄື ສປປ ລາວ ອີກໜຶ່ງແຫ່ງ ເວົ້າລວມ ເວົ້າສະເພາະ ຈະເປັນໂຮງແຮມ 5 ດາວ ລະດັບສາກົນແບບສະໄໝ ທີ່ກວມລວມເປັນສະຖານທີ່ພັກຜ່ອນ ທຸລະກິດ ການຄ້າ ການປະຊຸມ ຄວາມບັນເທີງ ການສະແດງ ໂຮງແຮມ ແລະ ອື່ນໆ ປະກອບສ່ວນ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ເຂົ້າມາທ່ຽວ ສປປ ລາວ ​ສ້າງວຽກ​ເຮັດ​ງານ​ທຳ​ ແລະ ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະຊາຊົນທ້ອງຖິ່ນ ກໍ່ຄືການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ຢູ່​ທ້ອງ​ຖິ່ນ.

    ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ: ໂຄງການນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ກໍຄື ທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ ມີຄວາມສະຫງົບ-ປອດໄພ ເປັນເຂດສີຂຽວ ມີພື້ນຖານເສດຖະກິດທີ່ເຂັ້ມແຂງ ສັງຄົມສີວິໄລ ຍຸຕິທຳ ເສີມສ້າງອະລິຍະທຳ ແລະ ວັດທະນະທຳຂອງຊາດ ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ ພ້ອມກັນນັ້ນ ກໍ່ເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030 ເຊິ່ງຈະຊ່ວຍພັດທະນາຄຸນນະພາບຊີວິດ ແລະ ເສດຖະກິດໃຫ້ດີຂຶ້ນ.

ພາບແລະຂ່າວ: ກົມປະຊາສຳພັນ ຫສນຍ

error: Content is protected !!