ປີຜ່ານມາໂຮງໝໍເຊດຖາທິຣາດ ຮັບຄົນເຈັບສຸກເສີນ ໄດ້ທັງໝົດ 21.082 ຄົນ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງໂຮງໝໍເຊດຖາທິຣາດ ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ໂຮງໝໍດັ່ງກ່າວ ໂດຍມີທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍ ການໂຮງຮຽນ ເຊດຖາທິຣາດ ພ້ອມດ້ວຍທ່ານຮອງຜູ້ອຳນວຍການໂຮງໝໍ ແຂກຖືຫເຊີນ ພະນັກງານແພດ ໝໍພາຍໃນໂຮງໝໍດັ່ງກ່າວເຂົ້າຮ່ວມ.

    ທ່ານ ດຣ ຫວັງນະຄອນ ດິດຕະພົງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານ ມາ ເຊິ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະການປະຕິບັດໜ້າທີ່ວຽກງານວິຊາສະເພາະ ການຕອບໂຕ້ ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວີດ-19 ແລະ ໄຂ້ຍຸງລາຍ ສະເພາະພະຍາດໂຄວິດ-19 ໄດ້ຈັດສະຖານທີກັ່ນກອງ 5 ຈຸດ ສາມາດກັ່ນກອງໄດ້ທັງໝົດ 154.000 ເທື່ອຄົນ ໃຫ້ການບໍລິການ ເກັບຕົວຢ່າງຈາກກຸ່ມສ່ຽງ ທົ່ວໄປໄດ້ 8.704 ກໍລະນີ ເກັບຕົວຢ່າງຈຸດກັ່ນກອງສຸກເສີນ 1.245 ກໍລະນີ  ຈຳນວນຄົນເຈັບທີ່ເຂົ້ານອນປິ່ນປົວທັງໝົດ 1.163 ຄົນ ໃນນັ້ນເຈັບຂັ້ນວິກິດນອງຫ້ອງຟື້ນຟູຊີບ 116 ຄົນ.

    ກ່ຽວກັບພະຍາດໄຂ້ເລືອດອອກ ແຕ່ເດືອນພຶດສະພາ ຫາ ວັນທີ 12 ສິງຫາ 2022 ມີຄົນເຈັບທັງໝົດ 343 ຄົນ ມີອາການເຕືອນ 343 ຄົນ ບໍ່ມີຜູ້ເສຍຊີວິດ ສັງລວມແລ້ວໃນປີ 2022 ຜ່ານມາ ໄດ້ຮັບຄົນເຈັບ ເຂົ້າຮັກສາປິ່ນປົວໄດ້ທັງໝົດ 76.083 ຄົນ ສະເພາະສຸກເສີນ ມີ 21.082 ຄົນ ໃນນັ້ນມີ ສຸກເສີນເດັກ 2.239 ຄົນ ສຸກເສີນຜູ້ໃຫຍ່ 13.475 ຄົນ ແລະ ສຸກເສີນພາຍນອກ 5.368 ຄົນ.

    ຈາກຜົນງານໃນສຸມປີຜ່ານມາ ປະກົດມີບຸກຄົນດີເດັ່ນ ໄດ້ຮັບການຍ້ອງຍໍຈາກລັດຖະມົນຕີກະຊວງສາ ທາລະນະສຸກ ປະເພດ1 ມີ 243 ຄົນ ຍິງ 175 ຄົນ ປະເພດ2 ມີ 125 ຄົນ ຍິງ 89 ຄົນ ປະເພດ3 ມີ 22 ຄົນ ຍິງ 17 ຄົນ.

error: Content is protected !!