ຄະນະກຳມະການແຫ່ງຊາດເພື່ອຄົນພິການ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຮ່ວມມືກັບ ບັນດາອົງການຈັດຕັ້ງຂອງຄົນພິການ ແລະ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ (HI) ຈັດກອງປະຊຸມປະຈໍາປີ ເພື່ອປຶກສາຫາລືກ່ຽວກັບວຽກງານດ້ານນະໂຍບາຍທີ່ກ່ຽວຂ້ອງກັບຄົນພິການ ຄັ້ງທີ 2 ຂຶ້ນວັນທີ 23 ກຸມພາ 2023 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ໄຊຄໍາ ພັນນະລັດ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານພິການ ແລະ ຜູ້ແາຍຸສູງ ທ່ານ ທອງຈັນ ດວງມະລາໄລ ປະທານສະມາຄົນຄົນພິການແຫ່ງຊາດລາວ ມີບັນດາຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ (INGOs) ແລະ ສະມາຄົມທີ່ບໍ່ຫວັງຜົນກຳໄລ ເຂົ້າຮ່ວມ.

ອີງຕາມຂໍ້ມູນການສໍາຫຼວດປະຊາກອນແຫ່ງຊາດປີ 2015 ຈຳນວນຄົນພິການໃນ ສປປ ລາວ ມີ 2,77% ຢ່າງໃດກໍຕາມ ໃນປີ 2019 ອົງການອະນາໄມໂລກໄດ້ເຮັດການສໍາຫຼວດປະຊາກອນທີ່ມີຄວາມເປັນພິການ ແລະ ພົບວ່າປະມານ 23% ແມ່ນມີຄວາມພິການຮູບແບບໃດໜຶ່ງ ນີ້ອາດເປັນຂໍ້ມູນຈຳນວນຄົນພິການພາຍໃນປະເທດທີ່ຂ້ອນຂ້າງຖືກຕ້ອງກັບຄວາມເປັນຈິງ.

ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບວຽກງານດ້ານນະໂຍບາຍທີ່ກ່ຽວຂ້ອງກັບຄົນພິການ ແມ່ນເພື່ອລະບຸກ່ຽວກັບຂໍ້ຫຍຸ້ງຍາກຕ່າງໆທີ່ຄົນພິການກຳລັງພົບພໍ້ ແລະ ເພື່ອສ້າງໂອກາດໃຫ້ຄູ່ຮ່ວມພັດທະນາ ຮ່ວມກັບພາກລັດ ໄດ້ສົ່ງເສີມການມີສ່ວນຮ່ວມຂອງຄົນພິການ ໃນຂົງເຂດວຽກງານ ດ້ານສາທາລະນະສຸກ ແລະ ໂພຊະນາການ ການສຶກສາ ການປົກປ້ອງທາງສັງຄົມ ແລະ ການເຂົ້າເຖິງຄວາມຍຸຕິທຳ.

ຈາກນັ້ນ ກອງປະຊຸມຍັງໄດ້ມີການສົນທະນາກ່ຽວກັບນະໂຍບາຍດ້ານວຽກງານຄົນພິການເພື່ອຮັບຟັງຄໍາເຫັນຈາກພາກລັດ ແລະ ຄູ່ຮ່ວມພັດທະນາ ເພື່ອກຳນົດຄຳໝັ້ນສັນຍາ ຢ່າງໜ້ອຍໜຶ່ງຂໍ້ສໍາລັບປີ 2023 ກ່ຽວກັບວິທີການທີ່ອົງການຈັດຕັ້ງຕ່າງໆ ຈະປະກອບສ່ວນເຂົ້າໃນການສົ່ງເສີມການມີສ່ວນຮ່ວມຂອງຄົນພິການ ເພື່ອຄົນພິການຈະ “ກ້າວໜ້າໄປພ້ອມໆກັນ”.