ອົງການ IOM ສືບຕໍ່ຮ່ວມມືໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ

    ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ທີ່ກະຊວງການຕ່າງປະເທດ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ ທ່ານ ນາງ Sarah Lou Ysmael ARRIOLA (ສັນຊາດຟິລິປິນ) ຜູ້ອໍານວຍການພາກພື້ນອາຊີປາຊີຟິກ ຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພ້ອມດ້ວຍຄະນະ.

    ຈຸດປະສົງຂອງການເຂົ້າຢ້ຽມຢາມດັ່ງກ່າວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ອົງການ IOM ທີ່ຜ່ານມາ ແລະ ໃນຕໍ່ໜ້າ ໂອກາດນີ້ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ນາງ Sarah Lou Ysmael ARRIOLA ຢ່າງອົບອຸ່ນໃນໂອກາດທີ່ທ່ານໄດ້ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ຫຼັງຈາກໄດ້ເຂົ້າຮັບຕໍາແໜ່ງໃນເດືອນຕຸລາ 2022 ທີ່ຜ່ານມາ ພ້ອມນີ້ ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ອົງການ IOM ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ໄລຍະການຟື້ນຟູດ້ານເສດຖະກິດຫລັງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທ່ານຮອງລັດຖະມົນຕີໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ໃຫ້ດີຍິ່ງຂຶ້ນກວ່າເກົ່າ ພ້ອມອວຍພອນໃຫ້ທ່ານ ນາງ Sarah Lou Ysmael ARRIOLA ແລະ ຄະນະ ປະສົບຜົນສໍາເລັດໃນການມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າອົງການ IOM ຈະສືບຕໍ່ຊ່ວຍເຫຼືອທາງດ້ານເຕັກນິກ ວິຊາການ ກໍ່ຄືວຽກງານຕ່າງໆທີ່ກ່ຽວຂ້ອງ ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

    ໃນໂອກາດນີ້ ທ່ານ ນາງ Sarah Lou Ysmael ARRIOLA ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບອົງການ IOM ຕະຫຼອດໄລຍະຜ່ານມາ ແລະ ໄດ້ສຳເລັດການສ້າງແຜນຍຸດທະສາດການຮ່ວມມືຮ່ວມກັນ ພ້ອມດຽວກັນນີ້ ໃນປີ 2024 ໃນໂອກາດທີ່ ສປປ ລາວ ຈະເປັນປະທານອາຊຽນ ທ່ານໄດ້ກ່າວຢໍ້າວ່າອົງການ IOM ຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານການເຄື່ອນຍ້າຍຖິ່ນຖານ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ຂອງ ສປປ ລາວ ໃນວຽກງານທີ່ກ່ຽວຂ້ອງກັບການເຄື່ອນຍ້າຍຖິ່ນຖານ ການຕ້ານການລັກລອບເຂົ້າເມືອງຜິດກົດໝາຍ ແລະ ການຕ້ານການຄ້າມະນຸດເປັນຕົ້ນ.

    ອົງການ IOM ແມ່ນອົງການເຄືອຂ່າຍ ສປຊ ມີສະມາຊິກທັງໝົດ 175 ປະເທດ ສະເພາະຢູ່ໃນຂົງເຂດອາຊີປາຊີຟິກ ມີປະເທດສະມາຊິກ ແລະ ປະເທດສັງເກດການ ຈໍານວນ 37 ປະເທດ ອົງການ IOM ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຫ້ອງການໂຄງການຢູ່ ສປປ ລາວ ໃນປີ 2007 ໂດຍໜ້າວຽກຫຼັກແມ່ນສຸມໃສ່ວຽກງານການຊ່ວຍເຫຼືອດ້ານສຸຂະພາບ ດ້ານການສຶກສາໃຫ້ແກ່ຜູ້ອົບພະຍົບ ແລະ ປະຊາຊົນທົ່ວໄປ ພ້ອມທັງຍັງມີການຮ່ວມມືໃນໂຄງການຕ້ານການຄ້າມະນຸດຕື່ມອີກ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການສາກົນເພື່ອການເຄື່ອນຍ້າຍຖິ່ນ ຖານ (IOM) ໃນເດືອນ ມິຖຸນາ 2018 ແລະ ໃນວັນທີ 1 ກັນຍາ 2021 ກໍ່ໄດ້ເຊັນສັນຍາການຮ່ວມມືຮ່ວມກັນລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM.

error: Content is protected !!