ມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານ 5 ເປັນເຈົ້າ 65 ພາກສ່ວນ

    ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 3 ສະໄໝທີ່ VIII ຈັດຂຶ້ນວັນທີ 22 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນວ ທ່ານ ວິໄລ ວົງຄະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍປະທານ ຮອງປະທານສະຫະພັນກຳມະບານຮາກຖານອ້ອມຂ້າງ ນວ ເຂົ້າຮ່ວມ.

    ທ່ານ ຈັນທະລາ ກຸສົນ ຮອງປະທນສະຫະພັນ ນວ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ສະໄໝທີ່ VIII ປີ 2022 ໂດຍໄດ້ຍົກໃຫ້ເຫັນຜົນງານທີພົ້ນເດັ່ນ ແລະ ຂໍ້ຄົງຄ້າງຕ່າງໆ ສະຫະພັນກຳມະບານ ນວ ມີຮາກຖານກຳມະບານຂຶ້ນກັບ 523 ຮາກຖານ ມີສະມາຊິກກຳມະບານ 13 ພັນກວ່າຄົນ ນອກຈາກນີ້ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າສຳເລັດ 67 ພາກສ່ວນ ໄດ້ປະເມີນຕົວຈິງ 65 ພາກສ່ວນ ສາມາດຢັ້ງຢືນສະຫະພັນ ແລະ ຮາກຖານກຳມະບານ 5 ເປັນເຈົ້າ ປະຈຳປີ 2022 ຈຳນວນ 65 ພາກສ່ວນ.

    ໂອກາດນີ້ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ວິໄລ ວົງຄະເສີມ ແລະ ມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານ ນວ ເປັນສະຫະພັນກຳມະບານ 5 ເປັນເຈົ້າປະຈຳປີ 2022 ຈາກນັ້ນກໍມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ສະຫະພັນກຳມະບານ ແລະ ກຳມະບານຮາກຖານ 65 ພາກສ່ວນຄື 9 ສະຫະພັນກຳມະບານເມືອງ 13 ສະຫະພັນກຳມະບານພະແນກ ຂົງເຂດ 43 ກຳມະບານຮາກຖານລັດ ແລະ ລັດວິສາຫະກິດເອກະຊົນ.

error: Content is protected !!