ຈະເຊື່ອມຕໍ່ຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖານຂໍ້ມູນລົງທຶນ

   ພິທີເຊັນບົດບັນທຶກການເຊື່ອມຕໍ່ຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ຖານຂໍ້ມູນລົງທຶນລະຫວ່າງ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດຂຶ້ນວັນທີ 23 ກຸມພາ 2023 ທີ່ກະຊວງ ຜທ ໂດຍຮ່ວມລົງນາມ ລະຫວ່າງທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ແລະ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມີທ່ານ ສະຖາບັນດິດ ອີນສິຊຽງ  ໃໝ່ ຮອງລັດຖະມົນຕີກະຊວງ ຜທ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ວັນທະນາ ນໍລິນທາ ກ່າວວ່າ:ຈຸດປະສົງຂອງການຮ່ວມມືຄັ້ງນີ້ ແມ່ນແນ່ໃສ່ສ້າງກົນໄກປະສານງານ ແລກປ່ຽນຂໍ້ມູນ ແລະ ອຳນວຍຄວາມສະດວກໃນການເຊື່ອມຕໍ່ລະບົບຖານຂໍ້ມູນລົງທຶນ ແລະ ຖານຂໍ້ມູນວິສາຫະກິດແຫ່ງຊາດ ທີ່ຕິດພັນກັບການອະນຸຍາດລົງທຶນສຳປະທານ ແລະ ຂໍ້ມູນທະບຽນວິສາຫະກິດ ໃນປີທີ່ຜ່ານມາ ກົມສົ່ງເສີມການລົງທຶນໄດ້ມີການສ້າງ ແລະ ປັບປຸງຖານຂໍ້ມູນການລົງທຶນ ເພື່ອເກັບກຳຂໍ້ມູນການລົງທຶນ ແລະ ການຕິດຕາມກວດກາການລົງທຶນສຳປະທານທົ່ວປະເທດ ທີ່ສາມາດເຊື່ອມຕໍ່ກັບຂະ ແໜງແຜນການ ແລະ ການລົງທຶນຂັ້ນແຂວງ ສະນັ້ນ ເພື່ອເຮັດໃຫ້ຖານຂໍ້ມູນການລົງທຶນມີຄວາມຄົບຖ້ວນສົມບູນຂຶ້ນ ພວກເຮົາຈຶ່ງຈຳເປັນຕ້ອງມີການເຊື່ອມຕໍ່ກັບຂະແໜງການທີ່ກ່ຽວຂ້ອງ ເພື່ອແລກປ່ຽນຂໍ້ມູນທີ່ສໍາຄັນ ຜ່ານມາ ພວກເຮົາກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບຂະແໜງແຮງງານ ແລະ ສະ ຫວັດດີການສັງຄົມ ເພື່ອແລກປ່ຽນຂໍ້ມູນດ້ານຕະຫຼາດແຮງງານ ແລະ ການນຳເຂົ້າແຮງງານຕ່າງປະເທດ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ກໍເປັນຂະແໜງການທີ່ 2 ທີໄດ້ຮ່ວມມືກັນແລກປ່ຽນຂໍ້ມູນການຂຶ້ນທະບຽນວິສາຫະກິດ ແລະ ການອະນຸຍາດໂຄງການສໍາປະທານ ໃນຕໍ່ໜ້າກະຊວງ ຜທ ຍັງຈະສືບ ຕໍ່ເຊື່ອມໂຍງກັບຖານຂໍ້ມູນຂອງກະຊວງການເງິນ ແລະ ພາກສ່ວນອື່ນໆ.

error: Content is protected !!