ກະຊວງ ສສກ ປະກາດແຕ່ງຕັ້ງຮອງລັດຖະມົນຕີຜູ້ໃໝ່

    ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດແຕ່ງຕັ້ງທ່ານຮອງລັດຖະມົນຕີຜູ້ໃໝ່ ເມື່ອວັນທີ 20 ກຸມພາ 2023 ທີ່ຫ້ອງປະຊຸມ ກະຊວງ ສສກ (ຕຶກໄອຊີທີ) ເປັນກຽດເຂົ້າຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ມີຮອງລັດຖະມົນຕີ ຕາງໜ້າກະຊວງພາຍໃນ ຫົວໜ້າ-ຮອງຫົວ   ໜ້າຫ້ອງການ ກົມ ອະທິການບໍດີ ຜູ້ອໍານວຍການ-ຮອງຜູ້ອໍານວຍການ ສະຖາບັນ ສູນ ພະແນກ ວິທະຍາໄລ ພ້ອມດ້ວຍພະນັກງານ ວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    ໃນພິທີ ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ສສກ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການຄະນະພັກ ກະຊວງ ສສກ ໂດຍໄດ້ຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການຄະນະພັກ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາຜູ້ໃໝ່.

    ສໍາລັບ ກະຊວງສຶກສາທິການ ແລະ ກີລາ ມີ ທ່ານ ພຸດ ສິມມາລາວົງ ເປັນລັດຖະມົນຕີ ແລະ ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ທ່ານ ນາງ ປອ ສີສຸກ ວົງວິຈິດ ທ່ານ ປອ ສຸລິອຸດົງ ສູນດາລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນຮອງລັດຖະມົນຕີ ຈໍານວນ 4 ທ່ານ.

error: Content is protected !!