ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ຈັດຊຸດເຝິກອົບຮົມກ່ຽວກັບການຮັບຟັງຫາງສຽງສັງຄົມ ເພື່ອນຳໃຊ້ຂໍ້ມູນໃນການປັບປຸງການຕອບໂຕ້ພະຍາດໂຄວິດ-19 ແລະ ຂະບວນສັກວັກຊີນກັນພະຍາດໂຄວິດ-19 ໃຫ້ບັນດາສື່ມວນຊົນອ້ອມຂ້າງສູນກາງ.

ຈຸດປະສົງຂອງການເຝີກອົບຮົມຄັ້ງນີ້ ເພື່ອສະເໜີຜົນໄດ້ຮັບ ແລະ ປະສົບການຂອງບັນດາແຂວງທົ່ວປະເທດໃນປີ 2022 ໂດຍ ສະເພາະໃນແຂວງທີ່ມີອັດຕາການສັກຢາກັນພະຍາດໂຄວິດ-19 ຕໍ່າ ທົບທວນຄືນທິດສະດີການປ່ຽນແປງພຶດຕິກຳ ນຳສະ ເໜີການຕິດຕາມຫາງສຽງສັງຄົມແບບປົກກະຕິ ແລະ ແບບອອນລາຍ ແລະ ປະໂຫຍດຂອງເຄື່ອງມືດັ່ງກ່າວເຊັ່ນ: ການປັບ ປຸງຂໍ້ຄວາມ ແລະ ການສື່ສານເພື່ອຕອບໂຕ້ ແລະ ການລາຍງານສະພາບທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອເຝິກ ຊ້ອມການ ຮັບຟັງຫາງສຽງສັງຄົມ ແລະ ສຶກສາຄວາມເປັນໄປໄດ້ໃນການນຳເອົາເຄື່ອງມື ແລະ ບົດຮຽນນີ້ໄປໝູນໃຊ້ໃນແຕ່ລະໜ່ວຍງານ ເພື່ອຊອກຫາແຫຼ່ງຂໍ້ມູນຕ່າງໆຂອງກະຊວງສາທາລະນະສຸກນອກເໜືອຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ເພື່ອ ການເຝົ້າລະວັງຈາກຂໍ້ມູນຫຼາຍແຫຼ່ງ (multisource surveillance) ສຳຫຼວດຊ່ອງວ່າງດ້ານຂໍ້ມູນທີ່ບັນດາຂະແໜງການ ຂອງກະຊວງສາທາລະນະສຸກ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງຈະສາມາດໄດ້ຜົນປະໂຫຍດຈາກການຮັບຟັງຫາງສຽງສັງຄົມ ເພື່ອຫາຂໍ້ສະຫຼຸບຮ່ວມກັນສຳລັບການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປ.




ຊຸດເຝິກອົບຮົມດັ່ງກ່າວຈັດຂຶ້ນໃນວັນທີ 22-24 ກຸມພາ ທີ່ເມືອງວັງວຽງ ແຂວງວຽງຈັນ ເປັນປະທານໂດຍ ທ່ານ ດຣ ອິງປົງ ທົງພະຈັນ ຮອງຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ມີຕາງໜ້າສື່ຈາກພາກສ່ວນຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

