ໂຄງການສ້າງຕັ້ງເມືອງໃໝ່ ນະຄອນຫຼວງວຽງຈັນ ແມ່ນສາມາດກຳນົດທີ່ຕັ້ງສຳນັກງານຕ່າງໆ ຂະນະທີ່ທ່ານເຈົ້າຄອງນະຄອນ ຫຼວງວຽງຈັນ ເນັ້ນຄະນະຮັບຜິດຊອບ ຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຕະຫຼອດຮອດອຳ ນາດການປົກຄອງບ້ານ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາຕ່າງໆທີ່ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໃນໂອກາດທີ່ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຂັ້ນຮາກຖານ ຢູ່ເມືອງໄຊທານີ ເມືອງປາກງື່ມ ແລະ ເມືອງນາ ຊາຍທອງ ໃນວັນທີ 10 ກຸມພາ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫຼວງໄດ້ລົງກວດກາຂອບເຂດ ພື້ນທີ່ຂອງເມືອງໃໝ່ ເຊິ່ງມີເນື້ອທີ່ທັງໝົດ 360,55 ກິໂລຕາແມັດ ນອນຢູ່ໃນ 5 ກຸ່ມບ້ານ ປະກອບມີ 24 ບ້ານຂອງເມືອງໄຊ ທານີ ມີຜົນລະເມືອງທັງໝົດ 35.224 ຄົນ ໃນນັ້ນ ມີເຜົ່າລາວ 32.043 ຄົນ ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ ມາຮອດປັດຈຸບັນ ຄະນະ ຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດເປັນ ຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ຄ້າຍ ຄຸມຂັງຂອງເມືອງ.
ເພື່ອເຮັດໃຫ້ວຽກງານການກະກຽມໃຫ້ແກ່ການສັ້ງຕັ້ງເມືອງໃໝ່ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ແລະ ໃນ ເງື່ອນໄຂທີ່ຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ບໍ່ທັນໄດ້ເປັນຫົວໜ່ວຍງົບປະມານ ທ່ານ ນາງ ດຳດວນ ຈັນທະວົງ ຫົວໜ້າຄະນະຮັບ ຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນວ ໄດ້ສະເໜີທ່ານເຈົ້າຄອງນະ ຄອນຫຼວງວຽງຈັນ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ ພິຈາລະນາບິແບ່ງງົບປະມານມາຈັດຕັ້ງປະຕິບັດ ໂຄງການຕ່າງໆທີ່ຈຳເປັນເຊັ່ນ: ການເວັ້ນຄືນທີ່ດິນໃຫ້ແກ່ປະຊາຊົນ ຖ້າແກ່ ຍາວຈະມີຄວາມຫຍຸ້ງຍາກ ເພາະມູນຄ່າທີ່ດິນນັບມື້ນັບສູງຂຶ້ນ ການກໍ່ສ້າງຫໍພັກໃຫ້ພະນັກງານ ແລະ ໂຄງການພັດທະນາ ເຂດຈຸດສຸມ ນາໂງມ-ນາຕານ.

ໃນໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ຄົ້ນຄວ້າສ້າງຕັ້ງເມືອງ ໃໝ່ ຕະຫຼອດຮອດອຳນາດການປົກຄອງບ້ານ ທີ່ໄດ້ເປັນເຈົ້າການມີສ່ວນຮ່ວມ ເອົາໃຈໃສ່ໃນການສ້າງຕັ້ງເມືອງໃໝ່ໃຫ້ມີ ບາດກ້າວຂະຫຍາຍຕົວ ພ້ອມໄດ້ເນັ້ນໃຫ້ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄື ການສ້າງຄວາມເຂັ້ມແຂງໃຫ້ບ້ານ ເພື່ອບໍ່ ໃຫ້ເກີດມີປະກົດການຫຍໍ້ທໍ້ ທັງເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ ລັກຊັບ ການລັກລອບຕັດໄມ້ທຳລາຍ ປ່າ ເນື່ອງຈາກມີເຂດປ່າສະຫງວນ ແລະ ເຂດປ່າປ້ອງກັນ ແກ້ໄຂບັນຫາການຈັບຈອງທີ່ດິນ ທີ່ຍັງເປັນ ບັນຫາຫຍຸ້ງຍາກ ການຊື້-ຂາຍດິນຊະຊາຍທີ່ບໍ່ສອດຄ່ອງຕາມລະບຽບ ເຊິ່ງອຳນາດການປົກຄອງບ້ານ ຕ້ອງກຳ ໄດ້ລະບຽບຫຼັກການ ແລະ ປະຕີບັດໃຫ້ເຄັ່ງຄັດ ພ້ອມນັ້ນ ຕ້ອງເອົາໃຈໃສ່ວຽກງານດ້ານສາທາລະ ນະສຸກບໍ່ໃຫ້ມີການແຜ່ລະ ບາດຂອງພະຍາດເປັນຕົ້ນ ໄຂ້ຍຸງລາຍ ວຽກງານການສຶກສາຕ້ອງສົ່ງເສີມຍົກ ລະດັບການຮຽນ-ການສອນໃຫ້ເປັນລະບົບ ຮັບປະກັນໄດ້ຄຸນນະພາບ ເຮັດໃຫ້ລູກຫຼານໄດ້ເຂົ້າຮຽນຄົບ ຖ້ວນ ແລະ ຄູສອນຕ້ອງມີຄວາມເອົາໃຈໃສ່ໃນການສິດສອນ ພ້ອມກັນນັ້ນ ຕ້ອງຮັກສາວັດທະນາທຳຮີດ ຄອງປະເພນີ ຕິດພັນກັບການສ້າງແຫຼ່ງທ່ອງທ່ຽວຈາກທ່າແຮງທີ່ມີ ເພື່ອດຶງດູດ ເອົາການພັດທະນາ ແລະ ສ້າງແຫຼ່ງລາຍຮັບສູ່ປະຊາຊົນ ທີ່ສຳຄັນຕ້ອງສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອເປັນ ເຈົ້າ ການຮ່ວມກັນໃນການສ້າງສາ ເປັນເອກະພາບ ເຮັດໃຫ້ການຈັດຕັ້ງປະຕິບັດທຸກວຽກງານມີຜົນສຳເລັດ ເຮັດ ໃຫ້ການສ້າງ ເມືອງໃໜ່ສຳເລັດໄດ້ໂດຍໄວ ອີງໃສ່ການສ້າງພື້ນຖານຄວາມສະຫງົບ ກ້າວໄປສູ່ການຜະລິດ ເປັນສິນຄ້າ ແລະ ມີການພັດທະ ນາໄປເທື່ອລະກ້າວແບບຍືນຍົງ.