ປະກາດແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ-ຮອງປະທານສູນກາງແນວລາວສ້າງຊາດ

ໃນວັນທີ 10 ກຸມພາ 2023 ຢູ່ສູນເຝິກອົບຮົມ ສູນກາງແນວລາວສ້າງ(ສນຊ) ຈັດພິທີປະກາດ ແຕ່ງຕັ້ງ ທ່ານ ຄໍາໄຫລ ສີປະເສີດ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ທັງເປັນຮອງປະທານ ສນຊ ໂດຍປະຕິບັດຕາມມະຕິຕົກລົງຂອງເລຂາທິການສູນກາງພັກ ສະບັບ ເລກທີ 285/ຄລສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງກໍາມະການຄະນະພັກ ຄະນະປະຈໍາ ສນຊ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ  ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ ຮອງປະທານ ສນຊ.

ພ້ອມນີ້ ໃນພິທີຍັງໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກສະບັບເລກທີ 04/ກມສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໂດຍແມ່ນ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ຮອງປະທານ ສນຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວ ສ້າງຊາດ ມີຄະນະຈັດຕັ້ງສູນກາງພັກ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການ ຫົວໜ້າກົມ ສູນເຝິກອົບຮົມ ສນຊ ແລະ ຫົວໜ້າ-ຮອງພະແນກ ເຂົ້າຮ່ວມ.

error: Content is protected !!