ສາລະວັນ ຈະ​ສູ້​ຊົນເກັບລາຍຮັບໃນປີ 2023 ເພີ່ມ​ຂຶ້ນກວ່າ​ປີ​ຜ່ານ​ມາ 10,83%

ພະແນກການເງິນແຂວງສາລະວັນ ຄາດ​ຄະ​ເນ​ການ​ຈັດ​ເກັບ​ລາຍ​ຮັບ​ໃນ​ປີ 2023 ໃຫ້​ເພີ່ມ​ຂຶ້ນກ​ວ່າ​ປີ​ຜ່ານ​ມາ 10,83% ພ້ອມ ນັ້ນ​ຍັງ​ຈະ​ໄດ້​ເອົາ​ໃຈ​ໃສ່​ຮັດ​ກຸມ​ດ້ານ​ລາຍ​ຈ່າຍໃຫ​້​ຢູ່​ຕາມ​ແຜນ​ທີ່​ສະ​ພາ​ຮັບ​ຮອງ ທຽບ​ໃສ່​ປ​ີ 2022 ໃຫ້ຫຼຸດ​ລົງ.

ອີງຕາມການລາຍງານຂອງ ທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນເມື່ອບໍ່ດົນມານີ້ວ່າ: ຄາດຄະ ເນລາຍຮັບໃນປີ 2023 ຈະສູ້ຊົນໃຫ້ໄດ້ 175.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 10,83% ໃນນັ້ນພູດສູນກາງ ປະຕິບັດຢູ່ທ້ອງຖິ່ນ 60 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 33,33% ລາຍຮັບພູດທ້ອງຖິ່ນ 115,69 ຕື້ກີບ ທຽບໃສ່ ແຜນດັດແກ້ປີ 2022 ເພີ່ມຂຶ້ນ 1,91% ໃນນັ້ນລາຍຮັບຈາກສ່ວຍສາອາກອນ 106,39 ຕື້ກີບ ລາຍຮັບຈາກຂະແໜງຄຸ້ມຄອງ ຊັບສິນແຫ່ງລັດ 9,10 ຕື້ກີບ ລັດວິສາຫະກິດ ແລະປະກັນໄພ 202 ລ້ານກີບ.

ສ່ວນດ້ານລາຍຈ່າຍໃນປີ 2023 ຄາດຄະເນຕາມແຜນທີ່ສະພາຮັບຮອງ 392,64 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 10,78% ດ້ານການດຸ່ນດ່ຽງສູນກາງດຸ່ນດ່ຽງໃຫ້ແຂວງ 276,95 ກວ່າຕື້ກີບທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 14,44%.

ໃນປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ ລົງວັນທີ 29 ທັນ ວາ 2021 ຮັບຮອງເອົາແຜນງົບປະມານແຫ່ງລັດມີທັງໝົດ 157,63 ຕື້ກີບ ແລະ ແຜນລາຍຈ່າຍທັງໝົດ 369,28 ຕື້ກີບ (ບໍ່ ລວມເງິນລົງທຶນ ) ແຜນດຸ່ນດ່ຽງທັງໝົດມີ 256,64 ຕື້ກີບ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະ ເພາະແມ່ນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງໃນປີ 2022 ສາມາດ ຈັດຕັ້ງປະຕິບັດໄດ້ດ້ານລາຍຮັບ 153,54 ຕື້ກີບ ເທົ່າກັບ 96,86% ຂອງແຜນດັດແກ້ໃນນັ້ນລາຍຮັບສູນກາງປະຕິບັດໄດ້ 50,63 ຕື້ກີບ ເທົ່າກັບ 112,53% ຂອງແຜນປີ ລາຍຮັບຂອງແຂວງປະຕິບັດໄດ້ 102.90 ຕື້ກີບ ເທົ່າກັບ 90,65% ຂອງແຜນ ດັດແກ້ ໃນນັ້ນຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 89,53 ຕື້ກີບ ເທົ່າກັບ 86% ລາຍຮັບຊັບສິນປະຕິບັດໄດ້ 12,71 ຕື້ກີບ ເທົ່າກັບ 123,20% ຄຸ້ມຄອງພັດທະນາລັດວິສາຫະກິດປະຕິບັດໄດ້ 243 ລ້ານກີບ ເທົ່າກັບ 120,30% ຂອງແຜນດັດແກ້ ສ່ວນດ້ານລາຍຈ່າຍປະຕິບັດໄດ້ 425,93 ກວ່າຕື້ກີບ ເທົ່າກັບ 96,79% ດ້ານການດຸ່ນດ່ຽງງົບປະມານສູນກາງໃຫ້ 326.833 ຕື້ກີບ ເທົ່າກັບ 98,92% ຂອງແຜນດັດແກ້ທຽບໃສ່ໄລຍະດຽວເພີ່ມຂຶ້ນ 2,17%.

ພາບ-ຂ່າວ​ຈາກເພ​ຈ ໜັງ​ສື​ພິ​ມ​ປະ​ຊາ​ຊົນ

error: Content is protected !!