ສະພາປະຊາຊົນ ປະຈຳ​ເຂດເລືອກຕັ້ງເມືອງໄຊທານີ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022

ກອງປະຊຸມ​ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022​ ແລະ ທິດທາງແຜນ ການປີ 2023 ຂອງຄະນະສະມາຊິກສະພາ ປະຊາຊົນ ນະຄອນຫຼວງ​ວຽງຈັນ (ນວ)​ ຊຸດທີ II  ປະຈຳ​ເຂດເລືອກຕັ້ງເມືອງໄຊທານີ ຈັດຂຶ້ນວັນທີ 10 ກຸມພາ 2023 ທີ່​ສະໂມ ສອນ​ເມືອງດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ບົວລີ ແກ້ວມະນີວັນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາ ປະຊາຊົນ ນວ ປະຈຳ​ເຂດ​ເລືອກ​ຕັ້ງ​ເມືອງ​ໄຊທານີ​ ມີຄະນະນໍາເມືອງ ບັນດາຫົວໜ້າຫ້ອງການ  ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄໍາພູວັນ ລາດທະຈັກ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງໄຊທານີ  ໄດ້ສະ ຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວວ່າ: 1 ປີຜ່ານມາ ຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກ ຕັ້ງ ເມືອງໄຊທານີ ໄດ້ເອົາໃຈໃສ່ ການຈັດຕັ້ງປຕິບັດພາລະບົດບາດຂອງຕົນ ເຂົ້າໃນການເຄື່ອນໄຫວວຽກງານໃນແຕ່ລະດ້ານ ເປັນຕົ້ນການຈັດຕັ້ງວຽກງານວິຊາສະເພາະ ໂດຍຄະນະໄດ້ເຂົ້າຮ່ວມຈັດຕັ້ງການທາບທາມ ກົດໝາຍ ແລະ  ນິຕິກໍາລຸ່ມກົດ ໝາຍຕາມແຜນການຂອງຄະນະປະຈຳ ສະພາ ກຳນົດອອກ ໄດ້ເຄື່ອນໄຫວໂຄສະນາ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ເທື່ອທີ 2 ແລະ ເທື່ອທີ 3 ໃຫ້ປະຊາຊົນ ຜູ້ມີສິດເລືອກຕັ້ງຢູ່ພາຍໃນເມືອງໄຊທານີ ສາມາດປະຕິບັດ 28 ບ້ານ 2 ກົມກອງ 2 ສານັກງານ ລວມ 30 ຈຸດ ມີຜູ້ເຂົ້າຮັບຟັງ 2.524 ຄົນ ຍິງ 1.628 ຄົນ ສາມາດສັງລວມການສະເໜີຂອງພໍ່ແມ່ປະຊາຊົນ ທີ່ພົວພັນກັບພາກສ່ວນຕ່າງໆ ເພື່ອໃຫ້ພາກ ສ່ວນກ່ຽວຂ້ອງພິຈາລານາແກ້ໄຂໄດ້ 73 ຄໍາສະເໜີ ໃນນີ້ພົວພັນຂັນເມືອງ  28 ບັນຫາ ຂັ້ນນະຄອນຫຼວງ 26 ບັນຫາ ແລະ ຂັ້ນສູນກາງ 19 ບັນຫາ ພ້ອມນັ້ນໄດ້ເປີດກອງປະຊຸມຮ່ວມກັບບັນດາຫ້ອງການອ້ອມຂ້າງເມືອງ ທີ່ພົວພັນກັບການສະເໜີດັ່ງ ກ່າວ ເພື່ອຄົ້ນຄວ້າຄຳສະເໜີຂອງປະຊາຊົນທີ່ສະມາໃນ 73 ບັນຫາ ໃນນີ້ສາມາດໄດ້ແກ້ໄຂ 28 ບັນຫາທີ່ພົວພັນກັບເມືອງ ຍັງແກ້ໄຂບໍ່ໄດ້ 45 ບັນຫາ ໂດຍສະເພາະບັນຫາດ້ານງົບປະມານ ແລະ ບາງບັນຫາແມ່ນພົວພັນກັບການຄຸ້ມຄອງໂດຍກົງ ຈາກ ນວ ແລະ ລັດຖະບານ ໄດ້ເຂົ້າຮ່ວມກອງປະຊຸມຄົ້ນ   ຄ້ວາ ປະກອບຄຳເຫັນໃສ່ຮ່າງກົດໝາຍ 12 ສະບັບ ໄດ້ຕົກລົງບັນ ຫາສໍາຄັນຂອງທ້ອງຖິ່ນພິຈາລະນາຮັບຮອງເອົາ 5 ບັນຫາສຳຄັນທີ່ຕິພັນກັບການພັດທະນານວ.

ນອກນີ້ໄດ້ລົງຊຸກຍູ້ຕິດຕາມ ການປ້ອງກັນພະຍາດໂຄວິດ-19 ຢູ່ 11 ກຸ່ມບ້ານ 104 ບ້ານພາຍໃນເມືອງ ລະດົມການຊ່ວຍເຫຼືອ ທາງດ້ານເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການແພດ ຈຳນວນໜຶ່ງ ຕິດຕາມການຈັດຕັ້ງປະຕິບັດ ແຜນການລົງທຶນ ຂອງລັດ ແລະ ແຜນຈັດເກັບງົບປະມານ ທີ່ ນວ ມອບໃຫ້ເມືອງຈັດຕັ້ງປະຕິບັດໃນ 52 ໂຄງການ ມູນຄ່າ 3,16 ຕື້ກວ່າກີບ ແຜນຊໍາລະໜີ້ສິນໂຄງການລົງທຶນຂອງລັດ  42 ໂຄງການ ມູນຄ່າ 2,28 ຕື້ກວ່າກີບ ຢັ້ງຢືນແລ້ວ 41 ໂຄງການ ຍັງ 1ໂຄງການ ໃນນີ້ ມີໂຄງ ການສືບຕໍ່ 10 ໂຄງການ ມູນຄ່າ 880 ລ້ານກີບ ຢັ້ງຢືນແລ້ວ 7 ໂຄງການ ຍັງ 3 ໂຄງການ ຕິດຕາມການຈັດເກັບ ລາຍຮັບເຂົ້າງົບປະມານປະຈຳປີ 2022 ຜ່ານການຈັດຕັ້ງປະຕິບັດລາຍຮັບປະຕິບັດໄດ້ 55 ຕື້ກວ່າກີບ ເທົ່າກັບ 119,30 ຂອງ ແຜນປີ.

ສຳລັບທິດທາງແຜນການປີ 2023 ຄະນະສະມາຊິກສະພາປະຊາຊົນ ນວ ຊຸດທີ II  ປະຈຳເຂດເລືອກຕັ້ງເມືອງໄຊທານີ ຈະສືບ ຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນແຕ່ເປັນຕົ້ນ ການໂຄສະນາເຜີຍແຜ່ຜົນສຳ ເລັດຂອງກອງປະຊຸມສະໄໝສາແຕ່ລະສະ ໄໝຂອງສະພາແຫ່ງຊາດ ຊຸດທີ ix ແລະ ສະພາປະຊາຊົນ ນວ ຊຸດທີ 2 ເພື່ອໃຫ້ຜູ້ມີສິດເລືອກຕັ້ງພາຍໃນເມືອງ ໄດ້ຮັບຮູ້ເນື້ອ ໃນຜົນສຳເລັດກອງປະຊຸມດັ່ງກ່າວ ສືບຕໍ່ຄົ້ນຄວ້າຄໍາສະເໜີຂອງປະຊາຊົນ ທີ່ຕິດພັນກັບຂົງເຂດວຽກງານຕ່າງໆຂອງລັດ ໃຫ້ມີ ຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

error: Content is protected !!