ສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະ​ກາດ​ການ​ຈັດ​ຕັ້ງ

ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ແຕ່ງ​ຕັ້ງຮອງເລຂາທິການ ຫົວໜ້າຂະແໜງ ວ່າການຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ.

ພິທີປະກາດການຈັດຕັ້ງພາຍໃນສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຈັດຂຶ້ນວັນທີ 8 ກຸມ ພາ 2023 ຢູ່ຫ້ອງ ວ່າການປົກຄອງ ນວ ໂດຍເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ ຄະນະປະຈຳພັກ ນວ ຮອງປະທານ ສປ ນວ ມີບັນດາທ່ານຄະນະປະຈໍາ ຮອງປະທານຄະນະກຳມະການ ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ ຂອງ ສປ ນວ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສປ ນວ ກໍໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳ ສປ ນວ ຊຸດທີ II ວ່າ ດ້ວຍການແຕ່ງຕັ້ງຮອງເລຂາທິການ ສປ ນວ 3 ທ່ານ ຄື: ທ່ານ ສຸລິຍະ ສະວີສຸກ ທ່ານ ນາງ ລັດດາ ສີປະເສີດ ທ່ານ ນາງ ພູເພັດ ແກ້ວບັນດິດ ນອກນີ້ຍັງໄດ້ຜ່ານມະຕິຂອງຄະນະປະຈຳ ສປ ນວ ຊຸດທີ II ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງ ວ່າການຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງຈຳນວນ 12 ທ່ານ ຍິງ 8 ທ່ານ ຕື່ມອີກ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ມີຄຳເຫັນໂອ້ລົມບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ເພື່ອເປັນທິດນຳໃນການຈັດ ຕັ້ງປະຕິບັດວຽກງານໃຫ້ປະສິດທິຜົນຫຼາຍຂຶ້ນ ຈາກນັ້ນຜູ້ຕາງໜ້າໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ກໍໄດ້ຂຶ້ນກ່າວຮັບ ຄຳໂອ້ລົມຂອງທ່ານປະທານກອງປະຊຸມ ໂດຍໃຫ້ຄຳສັນຍາວ່າຈະສຸມສະຕິປັນຍາ ເຫື່ອແຮງ ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງ ໃຈຂອງການຈັດຕັ້ງຢ່າງແທ້ຈິງ.

error: Content is protected !!