ພະແນກການເງິນ ປະເມີນຄືນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ 3 ຂະແໜງສາຍຕັ້ງ

ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມປະເມີນຄືນການຈັດຕັ້ງປະຕິບັດວຽກງານຂອງພະນັກ ງານ-ລັດຖະກອນໃນ 3 ຂະແໜງສາຍຕັ້ງຄື: ສ່ວຍສາອາກອນ ພາສີ ແລະ ຄັງເງິນປະຈໍາ ນວ.

ຈຸດປະສົງເພື່ອເປັນການປັບປຸງ ແກ້ໄຂ ແລະ ກວດກາຄືນ ຄວາມຮັບຜິດຊອບຂອງສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງຂະແໜງການເງິນຢູ່ ນວ ພ້ອມນັ້ນເພື່ອເປັນການປະເມີນຄືນການສັບຊ້ອນ ແລະ ຈັດວາງພະນັກງານ ທີ່ພວມດຳລົງຕຳແໜ່ງບໍລິຫານ ໃນປັດຈຸບັນໃຫ້ຖືກຕ້ອງສອດຄ່ອງ ກັບການປະຕິບັດວຽກງານຕົວຈິງ ໂດຍສະເພາະຜົນສຳເລັດ ໃນການປະຕິບັດວຽກງານຕ້ອງສົມຄູ່ກັບຄວາມຮູ້ ຄວາມສາມາດໃນການນຳພາ-ຊີ້ນຳໃນຕຳແໜ່ງບໍລິຫານທີ່ໄດ້ຮັບມອບ  ໝາຍຂອງການຈັດຕັ້ງ.

ນອກນັ້ນກໍເພື່ອສັງເກດ ຕີລາຄາໃຫ້ເຫັນໄດ້ດ້ານດີທີ່ຕັ້ງໜ້າ ດ້ານອ່ອນ ຂໍ້ຄົງຄ້າງຂອງແຕ່ລະຄົນ ເພື່ອ ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີປະສິດທິພາບ ສອດຄ່ອງກັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ ແນ່ໃສ່ເຮັດໃຫ້ການດໍາເນີນຖືກຕ້ອງ ຕາມຂັ້ນຕອນ ແລະ ມີຄວາມສະດວກ ໃນການຈັດຕັ້ງປະຕິບັດ ໃຫ້ຄະນະຮັບຜິດຊອບປະເມີນຜົນສະເພາະ ແລະ ຜູ້ທີ່ຖືກປະເມີນຜົນເຂົ້າໃຈ ຂັ້ນຕອນການຈັດຕັ້ງປະຕິບັດ.

ກອງປະຊຸມດັ່ງກ່າວມີຂຶ້ນວັນທີ 8-9 ກຸມພາ 2023 ທີ່ຫ້ອງວ່າການ ນວ ເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງພະນັກງານກະຊວງການເງິນ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ສ່ວຍສາອາ ກອນ ກົມພາສີ ຄັງເງິນແຫ່ງຊາດ ຄະນະຈັດຕັ້ງ ພະແນກພາຍໃນ ພະແນກການເງິນ ສ່ວຍສາອາກອນ ແລະ ຄັງເງິນປະຈໍາ ນວ ຕະຫຼອດຮອດຂະແໜງການ ຫ້ອງການຄັງເງິນປະຈໍາເມືອງ ປະຈໍາດ່ານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

error: Content is protected !!