ເຈົ້າແຂວງເຊກອງຕ້ອນຮັບປະທານກຳມາທິການຍຸຕິທໍາສະພາແຫ່ງຊາດ

     ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງພ້ອມດ້ວຍຄະນະຕ້ອນຮັບທ່ານ ຄໍາແພງ ວິລະພັນ ປະທານກຳມາທິການຍຸຕິທໍາສະພາແຫ່ງຊາດ ໃນວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການແຂວງເຊກອງ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.

    ທ່ານ ຄໍາແພງ ວິລະພັນ ໄດ້ລາຍງານໃຫ້ທ່ານ ເຈົ້າ ແຂວງເຊກອງຮູ້ເຖິງຈຸດປະສົງໃນການລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງຄັ້ງນີ້ເພື່ອລົງມາຈັດກອງປະຊຸມສໍາມະນາວຽກງານການປະຕິບັດພາລະບົດບາດຂອງກໍາມາທິການສູນກາງ ແລະ ຄະນະກໍາມະການທ້ອງຖິ່ນໃນຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງຄື ແຂວງ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ເຊກອງ ອັດຕະປື ແລະ ສາລະວັນ.

    ໂອກາດນີ້ ທ່ານເຈົ້າແຂວງ ກໍໄດ້ສະແດງການຕ້ອນຮັບ ແລະ ພ້ອມທີ່ຈະໃຫ້ການຮ່ວມມືຕໍ່ການປະຕິບັດໜ້າທີ່ຂອງທ່ານ ຄໍາແພງ ວິລະພັນ ຕະຫລອດໄລຍະການມາເຄື່ອນໄຫວວຽກງານຢູ່ແຂວງເຊກອງໃຫ້ປະສົບຜົນສຳເລັດ.

error: Content is protected !!